ລັດຖະມົນຕີການຕ່າງປະເທດ ອາເມລິກາ ມາຮອດ Istanbul ເພື່ອແນໃສ່ປຶກສາຫາລືກ່ຽວກັບສະພາບການຢູ່ເຂດ ກາຊາ

(VOVWORLD) -ນີ້ແມ່ນການຢ້ຽມຢາມຄັ້ງທີ 4 ຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ໄປຍັງເຂດຕາເວັນອອກກາງ ໃນ 3 ເດືອນຜ່ານມາ, ໃນສະພາບການ ຢູ່ຫຼາຍບ່ອນຢູ່ນອກເຂດກາຊາ ໃນນັ້ນມີ ລີບັງ, ພາກເໜືອອິດສະລາແອັນ, ທະເລແດງ ແລະ ອີຣັກ ມີການຜັນແປທີ່ສັບສົນ.

ລັດຖະມົນຕີການຕ່າງປະເທດ ອາເມລິກາ ມາຮອດ Istanbul ເພື່ອແນໃສ່ປຶກສາຫາລືກ່ຽວກັບສະພາບການຢູ່ເຂດ ກາຊາ - ảnh 1ທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ທີ່ການພົບປະຢູ່  Istanbul ໃນວັນທີ 6/1/2024. ພາບ: AFP/TTXVN

ວັນທີ 6 ມັງກອນ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ມາຮອດ Istanbul ປະເທດ ຕວັກກີ, ເຊິ່ງແມ່ນປະເທດທຳອິດໃນການເດີນທາງໄປປະຕິບັດທີ່ແກ່ຍາວເປັນເວລາ 1 ອາທິດ. ຖັດຈາກ ຕວັກກີ, ທ່ານລັດຖະມົນຕີການຕ່າງປະເທດ Blinken ຈະໄປຍັງ ເກຼັກ, ຈໍແດນ, ກາຕາ, ສະຫະພັນ ອາຣັບ ເອມີເລດ (UAE), ອາຣັບບິ ຊາອຸດິ ແລະ ເອຢິບ, ກ່ອນທີ່ຈະໄປຍັງອິດສະລາແອັນ ແລະ ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ.

ນີ້ແມ່ນການຢ້ຽມຢາມຄັ້ງທີ 4 ຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ໄປຍັງເຂດຕາເວັນອອກກາງ ໃນ 3 ເດືອນຜ່ານມາ, ໃນສະພາບການ ຢູ່ຫຼາຍບ່ອນຢູ່ນອກເຂດກາຊາ ໃນນັ້ນມີ ລີບັງ, ພາກເໜືອອິດສະລາແອັນ, ທະເລແດງ ແລະ ອີຣັກ ມີການຜັນແປທີ່ສັບສົນ.

ຢູ່ Istanbul, ທ່ານ Antony Blinken ພົບປະກັບທ່ານປະທານາທິບໍດີ ຕວັກກີ Tayyip Erdogan ແລະ ທ່ານລັດຖະມົນຕີການຕ່າງປະເທດ Hakan Fidan ເພື່ອປຶກສາຫາລືສິ່ງທີ່ ບັນດາປະເທດ ອາດຈະປະຕິບັດ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ, ຍູ້ແຮງການຊ່ວຍເຫຼືອໃຫ້ແກ່ ເຂດກາຊາ ແລະ ເລີ່ມຕົ້ນແຜນການ ສ້າງສະຖຽນລະພາບ ແລະ ຄວບຄຸມສະພາບການພາຍຫຼັງການປະທະກັນຢູ່ເຂດກາຊາ.

ຕອບກັບ

ຂ່າວ/ບົດ​ອື່ນ