ລັດຖະມົນຕີການຕ່າງປະເທດ ອາເມລິກາ ແລະ ລັດເຊຍ ຈະພົບປະກັນໃນອາທິດຈະມາເຖິງ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ເວເນຊູເອລາ

(VOVWORLD) -ວັນທີ 02 ພຶດສະພາ, ເຈົ້າໜ້າທີ່ ອາເມລິກາ ຜູ້ໜຶ່ງ ໃຫ້ຮູ້ວ່າ ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດ ອາເມລິກາ ແລະ ຄູ່ຕໍາແໜ່ງ ລັດເຊຍ Sergei Lavrov ຈະມີການພົບປະກັນໃນອາທິດຈະມາເຖິງ ຢູ່ ແຟງລັງ ເພື່ອປຶກສາຫາລືກ່ຽວກັບບັນດາຄວາມບໍ່ລົງລອຍກັນທີ່ປິ່ນອ້ອມວິກິດການຢູ່ ເວເນຊູເອລາ. 

ຕາມສໍານັກຂ່າວສານ AFP ແລ້ວ, ເຈົ້າໜ້າທີ່ຄົນດັ່ງກ່າວ ໃຫ້ຮູ້ວ່າ ລັດຖະມົນຕີການຕ່າງປະເທດສອງປະເທດ ຈະປຶກສາຫາລືກ່ຽວກັບ “ຫຼາຍບັນຫາ” ເມື່ອເຂົາເຈົ້າພົບປະກັນຢູ່ນອກ ກອງປະຊຸມສະພາຂົ້ວໂລກເໜືອ, ເຊິ່ງຈະຈັດຂຶ້ນໃນວັນທີ 6 ພຶດສະພາ ຢູ່ ນະຄອນ Rovaniemi, ທາງພາກເໜືອ ແຟງລັງ. ຂໍ້ມູນດ່ັງກ່າວ ໄດ້ຍົກອອກມາໃນສະພາບການທີ່, ລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໃຫ້ຮູ້ວ່າ ວັນດຽວກັນ ມົດສະກູ ຈະສ້າງຕັ້ງກຸ່ມບັນດາປະເທດຕ້ານຄືນແຜນການຂອງ ອາເມລິກາ ທີ່ແຊກແຊງທະຫານເຂົ້າ ເວເນຊູເອລາ.

        ກ່າວຄໍາເຫັນຕໍ່ວົງການນັກຂ່າວ ຢູ່ນະຄອນຫຼວງ Tashkent ໃນການຢ້ຽມຢາມ ອຸດສະເບກິດສະຖານຢ່າງເປັນທາງການ, ທ່ານລັດຖະມົນຕີ Lavrov ເນັ້ນໜັກວ່າ: “ລັດເຊຍ ຈະລະດົມຄວາມມານະພະຍາຍາມຈາກບັນດາປະເທດ ທີ່ເຄົາລົບກົດບັດ ສປຊ ເພື່ອຕ້ານຄືນບັນດາແຜນການຂອງ ອາເມລິກາ ຢູ່ ເວເນຊູເອລາ”.


ຕອບກັບ

ຂ່າວ/ບົດ​ອື່ນ