ລັດຖະມົນຕີການຕ່າງປະເທດ ອາເມເລິກາ ເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ ສ.ເກົາຫຼີ
(VOVWORLD) - ວັນທີ 14 ມິຖຸນາ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໄດ້ຊົມເຊີຍໝາກຜົນທີ່ບັນລຸໄດ້ໃນການພົບປະສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຜ່ານມາ ແລະ ເອີ້ນນີ້ ແມ່ນຜົນສຳເລັດຢ່າງໃຫຍ່ຫລວງ ນຳໂລກພົ້ນອອກຈາກຄວາມສ່ຽງເກີດສົງຄາມ.
ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo (ພາບ: AFP/TTXVN) |
ກ່າວຄຳເຫັນທີ່ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ພວມຢູ່ຢ້ຽມຢາມ ສ.ເກົາຫຼີ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໃຫ້ຮູ້ວ່າ: “ມີບັນດາທັດສະນະທີ່ແຕກຕ່າງກັນກ່ຽວກັບໝາກຜົນແຫ່ງການພົບປະນີ້, ແຕ່ສິ່ງສຳຄັນທີ່ສຸດ ແມ່ນມັນໄດ້ຊ່ວຍໃຫ້ທົ່ວໂລກ, ໃນນັ້ນມີຊາວ ອາເມລິກາ, ຍີ່ປຸ່ນ ແລະ ຈີນ ຫລຸດພົ້ນອອກຈາກໄພນາບຂູ່ສົງຄາມນິວເຄຼຍ ແລະ ລູກສອນໄຟໄລຍະໄກ. ນັ້ນແມ່ນສິ່ງທີ່ມີຄວາມໝາຍທີ່ສຸດ”.
ສ່ວນທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ຖືວ່າ: ຍັງມີວຽກງານຫລາຍຢ່າງ ຕ້ອງປຶກສາຫາລື ແລະ ດຳເນີນ, ແຕ່ທ່ານຢືນຢັນວ່າ ບັນດາຄວາມມານະພະຍາຍາມໃນປັດຈຸບັນຂອງ ອາເມລິກາ ແມ່ນແນໃສ່ປອດອາວຸດນິວເຄຼຍ ແລະ ລູກສອນໄຟໄລຍະໄກຂອງ ສປປ. ເກົາຫຼີ ຈະປະສົບຜົນສຳເລັດ ແລະ ຈະນຳມາເຊິ່ງສັນຕິພາບໃຫ້ແຫຼມ ເກົາຫຼີ.