ລັດຖະມົນຕີ​ການ​ຕ່າງປະ​ເທດບັນດາ​ປະ​ເທດ ອາຣັບ ​ເຂົ້າ​ຮ່ວມ​ກອງປະຊຸມ​ທາງ​ອອນ​ລາຍ​ກ່ຽວກັບບັນດາ​ບັນຫາຫຼັກ​ແຫຼ່ງຂ​ອງພາກ​ພື້ນ

(VOVWORLD) - ວັນທີ 9 ກັນຍາ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ສະພາ ສະຫະພັນ ອາຣັບ (AL) ຄັ້ງທີ 54 ໄດ້ໄຂຂຶ້ນຜ່ານທາງອອນລາຍ, ດ້ວຍການເປັນປະທານຂອງ ປາແລັດສະຕິນ.
ລັດຖະມົນຕີ​ການ​ຕ່າງປະ​ເທດບັນດາ​ປະ​ເທດ ອາຣັບ ​ເຂົ້າ​ຮ່ວມ​ກອງປະຊຸມ​ທາງ​ອອນ​ລາຍ​ກ່ຽວກັບບັນດາ​ບັນຫາຫຼັກ​ແຫຼ່ງຂ​ອງພາກ​ພື້ນ - ảnh 1ກອງປະຊຸມລັດຖະມົນຕີການຕ່າງປະເທດ ສະພາ ສະຫະພັນ ອາຣັບ (AL) ຄັ້ງທີ 54 (ພາບ: AFP/TTXVN) 

        ໃນຖະແຫຼງການສະບັບໜຶ່ງ, ສະພາ AL ໃຫ້ຮູ້ວ່າ ຄາດວ່າ ກອງປະຊຸມຈະແກ້ໄຂບັນດາບັນຫາຫຼັກແຫຼ່ງຂອງພາກພື້ນ ອາຣັບ, ໃນນັ້ນ ມີສະພາບການຢູ່ ປາແລັດສະຕິນ ແລະ ລີບີ, ກໍຄືບັນດາບັນຫາອື່ນໆຄື ການເມືອງ, ຄວາມໝັ້ນຄົງ, ສັງຄົມ ແລະ ສາທາລະນະສຸກ.

        ທ່ານເລຂາທິການໃຫຍ່ ສະພາ AL Ahmed Aboul –Gheit ໄດ້ຢັ້ງຢືນຄືນໃໝ່ທັດສະນະຄັດຄ້ານແຜນການຂອງ ອິດສະຣາແອັນ ທີ່ໂຮມບັນດາເຂດດິນແດນຢູ່ຝັ່ງຕາເວັນຕົກ ແມ່ນໍ້າຈໍແດນ ເຂົ້າດິນແດນຂອງຕົນ. ທ່ານກໍເນັ້ນໜັກວ່າ ຂໍ້ລິເລີ່ມ ສັນຕິພາບ ອາຣັບ ຍັງແມ່ນມາດຕະການພື້ນຖານ ເພື່ອບັນລຸໄດ້ພື້ນຖານສັນຕິພາບຮອບດ້ານ, ຍຸຕິທໍາ ແລະ ຍາວນານ ລະຫວ່າງ ອິດສະຣາແອັນ ກັບ ບັນດາປະເທດ ອາຣັບ./.  

ຕອບກັບ

ຂ່າວ/ບົດ​ອື່ນ