ລັດຖະມົນຕີການຕ່າງປະເທດຝຣັ່ງຢ້ຽມຢາມອີຣັກ

ລັດຖະມົນຕີການຕ່າງປະເທດຝຣັ່ງຢ້ຽມຢາມອີຣັກ - ảnh 1
ກຳລັງປ້ອງກັນຄວາມສະຫງົບຊາວ Kurd
(ພາບ: AFP/TTXVN)

(vovworld) – ວັນທີ 10/8, ທ່ານລັດຖະມົນຕີການຕ່າງປະເທດ ຝຣັ່ງ Laurent Fabius ໄດ້ໄປຍັງນະຄອນຫຼວງ ແບດແດດ ຂອງ ອີຣັກ ເພື່ອປຶກສາຫາລືກັບ ບັນດາການນຳປະເທດນີ້ ແລະ ເຂດປົກຄອງດ້ວຍຕົນເອງຂອງຊາວ Kurd ຢຸ່ພາກເໜືອ ກ່ຽວກັບບັນດາມາດຕະການຮັບມືກັບກຸ່ມທະຫານແຕກທັບ “ລັດອິດສະລາມ” (IS). ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມກັບຄູ່ຕຳແໜ່ງ ອີຣັກ Walid Moallem, ທ່ານລັດຖະມົນຕີການຕ່າງປະເທດ Laurent Fabius ຮຽກຮ້ອງວົງການນັກການເມືອງ ອີຣັກ ສາມັກຄີສ້າງລັດຖະບານໃໝ່, ສ້າງກຳລັງແຮງເພື່ອຕ້ານຄືນບັນດາກຸ່ມຫົວຮຸນແຮງ, ໃນນັ້ນມີ IS. ຈາກນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ຝຣັ່ງ ໄປຍັງ Arbil, ເມືອງເອກຂອງເຂດປົກຄອງດ້ວຍຕົນເອງຂອງຊາວ Kurd ແລະ ເຈລະຈາກັບຫົວໜ້າ ຊາວ Kurd ທ່ານ Masoud Barzani. ທ່ານຫົວໜ້າ Masoud Barzani ສະເໜີປະຊາຄົມ ໂລກສະໜອງອາວຸດໃຫ້ຊາວ Kurd ເພື່ອແນໃສ່ເພີ່ມທະວີກຳລັງການຕໍ່ສູ້ຕ້ານ ບັນດາມືປືນ IS, ປະຈຸບັນພວມຄວບຄຸມ 1/3 ເຂດດິນແດນ ອີຣັກ ແລະ ພວມນາບຂູ່ ບຸກໂຈມຕີເຂດປົກຄອງດ້ວຍຕົນເອງນີ້.


ຂ່າວ/ບົດ​ອື່ນ