ລັດຖະມົນຕີການຕ່າງປະເທດລັດເຊຍ, ກາຕາ ປຶກສາຫາລືຫຼາຍບັນຫາຢູ່ເຂດອ່າວເປີເຊຍ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ເນັ້ນໜັກເຖິງຄວາມຈຳເປັນສ້າງບັນດາກົນໄກຮັບມືລວມໝູ່ ກັບບັນດາຄວາມສ່ຽງ ແລະ ໄພນາບຂູ່ທີ່ແຕກຕ່າງກັນຢູ່ເຂດອ່າວເປີເຊຍ.
ລັດຖະມົນຕີການຕ່າງປະເທດລັດເຊຍ, ກາຕາ ປຶກສາຫາລືຫຼາຍບັນຫາຢູ່ເຂດອ່າວເປີເຊຍ - ảnh 1ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov
(ພາບ: AFP/ TTXVN)

ວັນທີ 11 ກັນຍາ, ກ່າວຄຳເຫັນທີ່ການປະຊຸມຂ່າວພາຍຫຼັງການເຈລະຈາກັບຄູ່ຮ່ວມຕຳແໜ່ງກາຕາ Mohammed bin Abdulrahman Al-Thani, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ເນັ້ນໜັກເຖິງຄວາມຈຳເປັນສ້າງບັນດາກົນໄກຮັບມືລວມໝູ່ ກັບບັນດາຄວາມສ່ຽງ ແລະ ໄພນາບຂູ່ທີ່ແຕກຕ່າງກັນຢູ່ເຂດອ່າວເປີເຊຍ. ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ໃຫ້ຮູ້ວ່າ, ລັດເຊຍ ຮຽກຮ້ອງດຳເນີນໂຄງການດຳເນີນງານມີລັກສະນະສ້າງສັນ ແລະ ເປັນເອກະພາບໃນພາກພື້ນມີລັກສະນະສຳຄັນຍຸດທະສາດນີ້.

ເມື່ອເຕື້ອງເຖິງສະພາບການປະຈຸບັນ ຂອງວິວັດທະນາການສັນຕິພາບຢູ່ເຂດຕາເວັນອອກກາງ, ລັດຖະມົນຕີການຕ່າງປະເທດ 2 ທ່ານໄດ້ເຫັນດີ “ເມື່ອການພົວພັນຂອງ ອິດສະຣາແອັນ ກັບບາງປະເທດ ອາຣັບ ພວມຫັນເປັນປົກກະຕິ, ບັນຫາ ປາແລັດສະຕິນ ບໍ່ຄວນປະໄວ້ຢູ່ທາງຫຼັກ”. 2 ຝ່າຍຢືນຢັນວ່າ ຄວນປັບປຸງບັນດາຄວາມມານະພະຍາຍາມ ເພື່ອແນໃສ່ເລີ່ມເຄື່ອນໄຫວວິວັດທະນາການເຈລະຈາໂດຍກົງລະຫວ່າງ ປາແລດສະຕິນ ແລະ ອິດສະຣາແອນ ເພື່ອແກ້ໄຂທຸກບັນຫາທີ່ຕັ້ງສຸດທ້າຍ ແລະ ບັນລຸມາດຕະການແກ້ໄຂຢ່າງຮອບດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ