ລັດຖະມົນຕີການຕ່າງປະເທດລັດເຊຍຮຽກຮ້ອງໃຫ້ອຳນາດການປົກຄອງ Kiev ແລະ ເຂດ Donbass ເຈລະຈາໂດຍກົງ

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ເນັ້ນໜັກວ່າ, ບໍ່ວ່າມີຄວາມກ້າວໜ້າໃດໃນການແກ້ໄຂການປະທະກັນຢູ່ຢູແກຼນ ຕາເວັນອອກ ກໍ່ພຽງແຕ່ຈະບັນລຸໄດ້ຜ່ານການເຈລະຈາໂດຍກົງລະຫວ່າງ Kiev ແລະ Donbass.
ລັດຖະມົນຕີການຕ່າງປະເທດລັດເຊຍຮຽກຮ້ອງໃຫ້ອຳນາດການປົກຄອງ Kiev ແລະ ເຂດ Donbass ເຈລະຈາໂດຍກົງ - ảnh 1(ພາບປະກອບ: AFP/TTXVN)

ໃນບົດຕອບສຳພາດຕໍ່ສຳນັກຂ່າວສານ TASS ເຊິ່ງໄດ້ລົງເອົາໃນແວັບໄຊຂອງກະຊວງການຕ່າງປະເທດ ໃນວັນທີ 26 ທັນວາ, ທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov ຊີ້ແຈ້ງວ່າ, ລັດເຊຍ ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນຄວາມກ້າວໜ້າດ້ວຍທຸກວິທີທີ່ສາມາດເຮັດໄດ້. ທ່ານໃຫ້ຮູ້ວ່າ, ເລື່ອງສ້າງສັນຕິພາບຍາວນານຢູ່ຢູແກຼນ ແມ່ນນອນໃນຜົນປະໂຫຍດຂອງລັດເຊຍ ແລະ ຈະມີການກະທົບຢ່າງຕັ້ງໜ້າຕໍ່ບັນດາການພົວພັນລະຫວ່າງມົດສະກູ ແລະ Kiev. ທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov ກໍ່ໄດ້ຊົມເຊີຍຄວາມຕັດສິນໃຈຂອງທ່ານປະທານາທິບໍດີຢູແກຼນ Volodymyr Zelensky ເພື່ອແນໃສ່ຢຸດຕິສະພາບສູ້ຢັນກັນໜ້າຢູ່ເຂດ Donbass ໂດຍໄວໃນເວລາພຽງແຕ່ 5 ເດືອນ, ນັບແຕ່ເມື່ອທ່ານຂຶ້ນກຳອຳນາດ.

ຕອບກັບ

ຂ່າວ/ບົດ​ອື່ນ