ລັດຖະມົນຕີການຕ່າງປະເທດຫວຽດນາມ ໄປຢ້ຽມຢາມ ຈີນ

ລັດຖະມົນຕີການຕ່າງປະເທດຫວຽດນາມ ໄປຢ້ຽມຢາມ ຈີນ - ảnh 1
ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ ສປ ຈີນ ຢາງ​ເຈຍ​ຊື້(ເບື້ອງຂວາ) ຕ້ອນຮັບທ່ານລັດຖະມົນຕີ ຟ້າມບິນມິນ
(ພາບ: phambinhminh.net)

(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສປ ຈີນ ຢາງ​ເຈຍ​ຊື້, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິນ​ມິນ ​ໄດ້​ມີ​ການຢ້ຽມຢາມ ສປ ຈີນ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 12 ຫາ 15/2. ຕອນ​ບ່າຍ​ວັນ​ທີ 12/2, ຢູ່​ປັກ​ກິ່ງ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິນ​ມິນ ​​ໄດ້​ມີ​ການເຈລະຈາ​ກັບທ່ານ ລັດຖະມົນຕີ ຢາງ​ເຈຍ​ຊື້. 2 ຝ່າຍ​ໄດ້​ທົບ​ທວນຄືນ​ສະພາບ​ການ​​ທຸກ​ດ້ານ​ຂອງ​ການ​ພົວພັນ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ ​ແລະ ບັນດາ​ບັນຫາ​ສາກົນ, ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ກໍ​ຄື​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງຮອບດ້ານ​ລະຫວ່າງ​ຫວຽດນາມ - ຈີນ ​​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. 2 ຝ່າຍ​ຖື​ວ່າ: ການ​ພົວພັນ​ລະ​ຫວ່າງ​ 2 ພັກ, 2 ລັດ ຫວຽດນາມ -ຈີນ ສືບ​ຕໍ່​ພັດທະນາ​ຢ່າງ​ແຂງ​ແຮງ, ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ, ມີປະສິດທິ​ຜົນ, ແມ່ນ​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍ​ດລວມທີ່​ເປັນພື້ນຖານ​ຂອງ​ປະຊາຊົນ 2 ປະ​ເທດ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ວ່າ ລັດຖະມົນຕີ​ການ​ຕ່າງປະ​ເທດ 2 ປະ​ເທດ​ຄວນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ ສົ​ມ ທົບ​ກັນ, ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ພົບ​ປະ​ແລກປ່ຽນ​ຂັ້ນ​ສູງ, ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ມິດຕະພາບ ​ແລະ ການຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງ 2 ປະ​ເທດ. ກ່ຽວ​ກັບ​ບັນຫາ​ເຂ​ດຊາຍ​ແດນ, 2 ຝ່າຍ​ກໍ່​​ຊຸກຍູ້​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ແລກປ່ຽນ​ຢ່າງ​ຕັ້ງໜ້າ​ເພື່ອ​ລົງ​ນາມ​ໃນ​ສັນຍາ​ກ່ຽວ​ກັບ​ການ​ຮ່ວມ​ມື​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານການທ່ອງທ່ຽວ​ເຂດ​ນ້ຳຕົກຕາດບ້ານ​ຢົກ ​ແລະ ສັນຍາ​ກ່ຽວ​ກັບ​ກົດ​ລະ​ປຽບ​ກ່ຳ​ປັນ​ໄປ - ມາ​ຢ່າງ​ເສລີ​ຢູ່ປາກ​ແມ່​ນ້ຳ ປັກ​ລັວນ ​ໂດ​ຍ​ໄວ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ນຳ​ໃຊ້​ບັນດາ​ແຫຼ່ງນ້ຳ​ຫ້ວຍ​ຢູ່ເຂດ​ຊາຍ​ແດນ​ລະຫວ່າງ 2 ປະ​ເທດ​ແບບ​ຍືນ​ຍົງ. ກ່ຽວ​ກັບ​ບັນຫາ​ບົນ​ທະ​ເລ, 2 ຝ່າຍ​ຢືນຢັນ​ຈະ​ແກ້​ໄຂ​ທຸກ​ຄວາມ​ບໍ່​ລົງ​ລອຍ​ກັນ​ຜ່ານ​ການ​ເຈລະຈາ​ໂດຍ​ສັນຕິ, ມິດຕະພາບ, ພ້ອມ​ກັນ​ເຄົາລົບ​ນັບຖື ​ແລະ ​ເອົາ​ໃຈ​ໃສ່​ເຖິງ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ກັນ, ​ໂດ​ຍອີ່​ງ​ໃສ່​ບັນດາ​ຄວາມ​ຮັບ​ຮູ້​ລວມທີ່​ບັນລຸ​ໄດ້​ລະຫວ່າງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ ​ແລະ ຂໍ້​ຕົກ​ລົງ​ບັນດາ​ຫຼັກການທີ່​ເປັນ​ພື້ນຖານ​ໃນ​ການ​ຊີ້​ນຳ​ແກ້​ໄຂ​ບັນ​ຫາ​ບົນ​ທະ​ເລ, ບົນ​ພື້ນຖານ​ກົດໝາຍ​ສາກົນ, ພິ​ເສດ​ແມ່​ນສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ ປີ 1982 ​ແລະ ຈິດ​ໃຈ​ຖະ​​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຕໍ່​ຂອງ​ຝ່າຍ​ຕ່າງ​ໆຢູ່​ທະ​ເລ​ຕາ​ເວັນ​ອອກ (ຫຼື DOC), ມຸ້ງ​ໄປ​ເຖິງ​ການ​ສ້າງ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຕໍ່​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (ຫຼື COC).

ຂ່າວ/ບົດ​ອື່ນ