ລັດຖະມົນຕີວ່າການກະຊວງການຕ່າງປະເທດບັນດາປະເທດສະມາຊິກ ສະຫະພາບ ເອີລົບ
(ພາບ: AP)
|
(vovworld) - ວັນທີ 29/1, ລັດຖະມົນຕີວ່າການກະຊວງການຕ່າງປະເທດຂອງ ບັນດາປະເທດສະມາຊິກ ສະຫະພາບ ເອີລົບ (ອີຢູ) ໄດ້ເຫັນດີເພີ່ມເຕີມລາຍຊື່ໃໝ່ ເຂົ້າບັນຊີລາຍຊື່ລົງໂທດທີ່ກ່ຽວຂ້ອງເຖິງບົດບາດຂອງລັດເຊຍ ໃນວິກິດການຢູ່ ຢູແກຼນ. ການກະທຳນີ້ໄດ້ຮັບການຄາດຄະເນວ່າຈະເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງ ອີຢູ ແລະ ລັດເຊຍ ປິນຂັ້ນໄດ, ທີ່ເຄີຍຮ້າຍແຮງກ່ວາພາຍຫຼັງວິກິດການຢູ່ ຢູແກຼນ ເກີດຂຶ້ນ. ເມື່ອອະທິບາຍກ່ຽວກັບຂໍ້ຕົກລົງດ່ັງກ່າວ, ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍປ້ອງກັນຄວາມສະຫງົບ ແລະ ພົວພັນຕ່າງປະເທດຂອງ ອີຢູ Federica Mogherini ຖືວ່າ: ສະພາບການຢູ່ພາກຕາເວັນອອກ ຢູແກຼນ ພວມຜັນແປໄປຢ່າງຮ້າຍແຮງກ່ວາແມ່ນສາຍເຫດເຮັດໃຫ້ ອີຢູ ເພີ່ມທະວີຄວາມດັນສຳລັບ ລັດເຊຍ.