ລັດຖະມົນຕີການຕ່າງປະເທດອາຊຽນ ອອກຖະ ແຫຼງກ່ຽວກັບສະພາບ ການຢູ່ ມ້ຽນມາ

ລັດຖະມົນຕີການຕ່າງປະເທດອາຊຽນ ອອກຖະ ແຫຼງກ່ຽວກັບສະພາບ ການຢູ່ ມ້ຽນມາ - ảnh 1
(ພາບຈາກ AP)

(vovworld) -     ​ທ່ານ​ລັດຖະມົນ​ຕີການ​ຕ່າງປະ​ເທດ​ອາ​ຊຽນ ອອກ​ຖະ​ແຫຼ​ງກ່ຽວ​ກັບ​ສະພາບ​ການ​ຢູ່​ລັດ Rakhine, ທາງທິດຕາ​ເວັນ​ຕົກ​ມ້ຽນ​ມາ, ທີ່​ກ່ຽວ​ຂ້ອງ​ເຖິງ​ບັນດາ​ການ​ປະທະກັນ​ຫວ່າງ​ແລ້ວ​ນີ້ ລະຫວ່າງ​ປະຊາຊົນ​ເຊື້ອ​ຊາດ​ພິວພັນ​ຢູ່​ລັດ​ນີ້. ຕາມ​ຖະ​ແຫຼງການ, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ​ໄດ້​ຢືນຢັນ​ຄືນ​ໃໝ່​ການ​ສະໜັບສະໜູນ​ຢ່າງ​ແຮງ​ທີ່​ມີຕໍ່​ວິວັດ​ການ​ຫັນ​ເປັນ​ປະຊາທິປະ​ໄຕ ທີ່​ພວມ​ດຳ​ເນີນ​ຢູ່​ມ້ຽນ​ມາ, ພ້ອມ​ກັນ​ນັ້ນ​ກໍ​ຕິດຕາມສະພາບ​ການ​ຢູ່​ລັດ Rakhine ຢ່າງ​ແໜ້ນ​ແຟ້ນ ພາຍຫຼັງ​ເກີ​ດບັນດາ​ການ​ປະທະກັນ​ເມື່ອ​ວັນ​ທີ 28/5 ​ແລະ 3/6. ບັນດາ​ລັດຖະມົນຕີ​ການ​ຄ່າງ​ປະ​ເທດ​ອາ​ຊຽນ ​ໃຫ້​ຮູ້​ວ່າ ຈະ​ຜັນ​ຂະຫຍາຍວຽກ​ງານໜູນ​ຊ່ວຍ​ມະນຸດສະທຳ​ຢູ່​ລັດ Rakhine. ລັດຖະມົນຕີ​ການ​ຕ່າງປະ​ເທດ​ບັນດາ​ປະ​ເທດ​ອາຊຽນ ກໍ​​​ເນັ້ນ​ໜັກ​ວ່າ ​ເລື່ອງ​ຊຸກຍູ້​ສັນຕິການ​ໄກ່​ເກ່ຍປອງ​ດອງ​ຊາດ​ລະຫວ່າງ​ບັນດາ​ປະຊາ​ຄົມ​ຢູ່​ມ້ຽນ​ມາ ​ແມ່ນ​ພາກສ່ວນ​ທີ່​ຂາດ​ບໍ່​ໄດ້​ໃນ​ວິວັດ​ການ​ປະຕິ​ຮູບ ​ແລະ ຫັນ​ເປັນ​ປະຊາທິປະ​ໄຕ​ທີ່​ພວມ​ດຳ​ເນີນ​ຢູ່​ປະ​ເທດ​ນີ້. ຖະ​ແຫຼ​ງການ​ຮ່ວມ​ນີ້ ​ໄດ້​ສະ​ແດງ​ຄວາມ​ເຊື້​ອໝັ້ນ​ ​ແລະ ຫວັງວ່າ ມ້ຽນ​ມາ ຈະ​ສືບ​ຕໍ່​ຢືດໝັ້ນ​ ​ຫຼັກ​ໝັ້ນ​ການປະຕິ​ຮູບ ​ແລະ ຫັນ​ເປັນ​ປະຊາທິປະ​ໄຕ​ຢູ່​ມ້ຽນ​ມາ.

ຂ່າວ/ບົດ​ອື່ນ