ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ເລີ່ມ​ຕົ້ນ​ການ​ໄປ​ປະ​ຕິ​ບັດ​ງານ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

(VOVWORLD) -ຕາມແຜນການ, ພາຍຫຼັງຢ້ຽມຢາມອິນໂດເນເຊຍ, ທ່ານ Blinken ຈະໄປຢ້ຽມຢາມມາເລເຊຍ ແລະ ໄທ.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ເລີ່ມ​ຕົ້ນ​ການ​ໄປ​ປະ​ຕິ​ບັດ​ງານ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ảnh 1

 (ພາບ: Reuters)

  ວັນທີ 13 ທັນວາ, ທ່ານ Antony Blinken ລັດຖະມົນຕີການຕ່າງປະເທດອາເມລິກາ ໄດ້ເດີນທາງໄປຮອດອິນໂດເນເຊຍ, ປະເທດທຳອິດໃນການໄປປະຕິບັດງານຢູ່ອາຊີຕາເວັນອອກສ່ຽງໃຕ້ ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງອາເມລິກາ ກັບບັນດາປະເທດໃນພາກພື້ນ. ຄາດວ່າ ທ່ານລັດຖະມົນຕີການຕ່າງປະເທດ Blinken ຈະພົບປະກັບປະທານາທິບໍດີປະເທດເຈົ້າພາບ Joko Widodo ຢູ່ນະຄອນຫຼວງ ຈາກກາຕາ ແລະ ມີບົດກ່າວປາໄສກ່ຽວກັບຍຸດທະສາດມະຫາສະໝຸດອິນເດຍ-ປາຊີຟິກ ໃນວັນທີ 14 ທັນວາ.

   ກ່ອນການຢ້ຽມຢາມ, ເຈົ້າໜ້າທີ່ການຕ່າງປະເທດອາເມລິກາ ທ່ານໜຶ່ງໃຫ້ຮູ້ວ່າ ທ່ານ Blinken ຈະເດີນຕາມບັນດາເປົ້າໝາຍໃນນະໂຍບາຍຂອງອຳນາດການປົກຄອງປະທານາທິບໍດີ Joe Biden ກ່ຽວກັບການເພີ່ມທະວີການພົວພັນກັບ ອາຊຽນ ກໍ່ຄືປຶກສາຫາລືກ່ຽວກັບວິໄສທັດຂອງການນຳອາເມລິກາ ທີ່ມີຕໍ່ກົນໄກຮ່ວມມືດ້ານເສດຖະກິດຂອງພາກພື້ນ ມະຫາສະໝຸດອິນເດຍ-ປາຊີຟິກ.

   ນີ້ແມ່ນການໄປປະຕິບັດງານໄປອາຊີຕາເວັນອອກສ່ຽງໃຕ້ຄັ້ງທຳອິດ ຂອງທ່ານລັດຖະມົນຕີການຕ່າງປະເທດ Blinken ນັບແຕ່ເມື່ອ ປະທານາທິບໍດີ Joe Biden ຂຶ້ນກຳອຳນາດໃນຕົ້ນປີນີ້. ຕາມແຜນການ, ພາຍຫຼັງຢ້ຽມຢາມອິນໂດເນເຊຍ, ທ່ານ Blinken ຈະໄປຢ້ຽມຢາມມາເລເຊຍ ແລະ ໄທ.

ຕອບກັບ

ຂ່າວ/ບົດ​ອື່ນ