ລັດຖະມົນຕີການຕ່າງປະເທດອາເມລິກາ ແລະ ທູດພິເສດສປຊ ປຶກສາຫາລື ກ່ຽວກັບວິກິດການຢູ່ຊີຣີ

ລັດຖະມົນຕີການຕ່າງປະເທດອາເມລິກາ ແລະ ທູດພິເສດສປຊ ປຶກສາຫາລື ກ່ຽວກັບວິກິດການຢູ່ຊີຣີ - ảnh 1
ທ່ານ Koffi Annan ແລະ ທ່ານ​ນາງ Hillary Clinton
( ພາບຈາກອີນເຕີແນດ )

( vovworld ) -   ວັນ​ທີ 8/6, ທ່ານ​ນາງລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Hillary Clinton ​ແລະ ທູດ​ພິ​ເສດ​ລວມສະຫະ​ປະຊາ​ຊາດ ​ແລະ ສະຫະພັນ​ອາຣັບ ທ່ານ Koffi Annan ​ໄດ້​ມີ​ການ​ເຈລະຈາ​ຢູ່​ວໍ​ຊິງ​ເຕັນ, ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ຢູ່​ຊີຣີ. ກ່າວ​ຄຳ​​ເຫັນທີ່​ການ​ປະຊຸມ​ຂ່າວ​ພາຍຫຼັງການ​ເຈລະຈາ, ທູດ​ພິ​ເສດ​ທ່ານ Koffi Annan ​ໃຫ້​ຮູ້​ວ່າ ຊີຣີ ​ແມ່ນ​ສິ່ງ​ທ້າທາຍ​ຢ່າງ​ແທ້​ຈິງ. ທ່ານ Koffi Annan ​ແລະ ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Clinton ​ໄດ້​ປຶກສາ​ຫາລືກ່ຽວ​ກັບ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ​ກໍ​ຄວາມດັນ​ຄື​ແນວ​ໃດ​ຕໍ່​ລັດຖະບານ​ ​ແລະ ບັນດາ​ຝ່າຍ​ເພື່ອ​​ປະຕິບັດແຜນການ​ສັນຕິພາບ​. ບັນຫາ​ດັ່ງກ່າວ​ກໍ​ໄດ້ຮັບ​ການ​ປຶກສາ​ຫາລື​ຢູ່​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ກໍ​ຄື​ສະມັດຊາ​ໃຫຍ່​ກ່ອນ​ນັ້ນ​ໜື່ງວັນຢ່າງ​ເຂັ້ມ​ງວດ​.


ຂ່າວ/ບົດ​ອື່ນ