ລັດຖະມົນຕີການຕ່າງປະເທດອາເມລິກາມີຄວາມວິຕົກກັງວົນກ່ຽວກັບການປະທະກັນລະຫວ່າງອິດສະຣາແອນແລະປາແລັດສະຕິນ

ລັດຖະມົນຕີການຕ່າງປະເທດອາເມລິກາມີຄວາມວິຕົກກັງວົນກ່ຽວກັບການປະທະກັນລະຫວ່າງອິດສະຣາແອນແລະປາແລັດສະຕິນ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ວ່າກ​ານ​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ອາ​ເມ​ລິ​ກາ John Kerry
(ພາບ​ປະ​ກອບ​ອີນ​ເຕ​ີ​ແນັດ)


(vovworld) -​ ​ວັນ​ທີ 25/11, ທ່ານ​ລັດ​ຖະ​ມົນ​ຕີ​ວ່າກ​ານ​ກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ອາ​ເມ​ລິ​ກາ John Kerry ໄດ້​ກ່າວ​ເຕ​ື່ອນວ່າ ​ການ​ປະ​ທະ​ກັນ​ລະ​ຫວ່າງ​ອິດ​ສະ​ຣາ​ແອນ ແລະ ​ປາ​ແລັດ​ສະ​ຕິນ “ພວມ​ຢູ່​ໃນ​​ໄລ​ຍະ​​ເຄັ່ງ​ຮ້ອນ” ແລະ ອາດ​ຈະ​ປີນ​ຂັ້ນ​ໄດ​​ເຖິງ​ລະ​ດັບ “ບໍ່​ສາ​ມາດ​ແກ້​ໄຂ​ໄດ້​” ​ຖ້າ​ຫາກ 2 ຝ່າຍບໍ່​ປະ​ນີ​ປະ​ນອມ​ໂດຍ​ໄວ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ຢູ່​ນະ​ຄອນ Boston ພາຍ​ຫຼັງ​ສິ້​ນ​ສຸ​ດ​ການ​ຢ້ຽມ​ຢາມ​​ຕາ​ເວັນ​ອອກ​ກາງ. ທ່ານ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ John Kerry ໃຫ້​ຮູ້​ວ່າ, ອາ​ເມ​ລິ​ກາ ມີ​ຄວາມ​ວິ​ຕົກ​ກັງ​ວົນ​​ຕໍ່​ສະ​ພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ ກໍ​ຄື​​ການ​ປະ​ທະ​ກັນ​ໃນ​ປະ​ຈຸ​ບັນ ໄດ້​ລື່ນ​ກາຍ​ລະ​ດັບ​ການ​ຄວບ​ຄຸມ. ​ຫົວ​​ໜ້າ​ຂະ​ແໜງ​ການ​ຕ່າງ​​ທູດ​ເມ​ລິ​ກາ ຖື​ວ່າ, ປະ​ຈຸ​ບັນ​ພວມ​ແມ່ນ​ໄລ​ຍະ​​ເຄັ່ງ​ຮ້ອນເຊິ່ງ 2 ຝ່າຍ​ຕ້ອງ​ຍົກ​ອອກ​ບັນ​ດາ​ຂໍ້​ຕົກ​ລົງ​ສຳ​ຄັນ​ໃຫ້ແກ່​ອະ​ນາ​ຄົດ ແລະ ຫວັງ​ວ່າ, ບັນ​ດາ​ການ​​ເລືອກ​ເຟັ້ນ​ຂອງ 2 ຝ່າຍ​ຈະ​ຊຸກ​ຍູ້​ແງ່​ຫວັ​ງ​ສັນ​ຕິ​ພາບ​​ອັນຍາວ​ນານ​ໃຫ້​ພາ​ກ​ພື້ນ.

ຂ່າວ/ບົດ​ອື່ນ