ລັດຖະມົນຕີການຕ່າງປະເທດອາເມລິກາແລະກຸຍບາດຳເນີນການເຈລະຈາຄັ້ງປະຫວັດສາດ

ລັດຖະມົນຕີການຕ່າງປະເທດອາເມລິກາແລະກຸຍບາດຳເນີນການເຈລະຈາຄັ້ງປະຫວັດສາດ - ảnh 1
ລັດຖະມົນຕີການຕ່າງປະເທດອາເມລິກາແລະກຸຍບາ
ດຳເນີນການເຈລະຈາຄັ້ງປະຫວັດສາດ
(ພາບ: AP)


​​(vovworld) - ພາຍຫຼັງພິທີຊັກ​ທຸງ​ກຸຍ​ບາ ​ຢູ່​ສະຖານທູດ​ກຸຍ​ບາ ​ປະຈຳ​ວໍ​ຊິງ​ຕັນ ​ໃນ​ວັນ​ທີ 20/07, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ John Kerry ​ໄດ້​ມີ​ການ​ຕ້ອນຮັບ ​ແລະ ​ເຈລະຈາ​ກັບ​ຄູ​ຕຳ​ແໜ່​ງກຸຍ​ບາ Bruno Rodriguez ຢູ່​ສຳນັກງານ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ. ນີ້​ແມ່ນ​ການ​ຢ້ຽມຢາມ​​​ຄັ້ງ​ທຳ​ອິດ​ຂອງ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ກຸຍບາ ​ເຖິງ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມລິ​ກາ ນັບ​ແຕ່​ປີ 1958. ກ່າວຄຳ​ເຫັນ​ໃນ​ການ​ປະຊຸມ​ຂ່າວ ພາຍຫຼັງ​ການ​ເຈລະຈາ, ທ່ານ​ John Kerry ຖື​ວ່າ, ​ເຖິງ​ວ່າວິວັດ​ການ​ຫັນ​ການ​ພົວພັນ 2 ຝ່າຍ​ເປັນ​ປົກກະຕິ​​ຈະ​ແກ່​ຍາວ ​ແລະ ສັບສົນກໍ​ຕາມ ​ແຕ່​ສິ່ງ​ນັ້ນ​ໄດ້​ມີ​ຜົນ​ປະ​ໂຫຍດ​ໃຫ້​ປະຊາຊົນທັງ 2 ປະ​ເທດ. ທ່ານ John Kerry ​ໃຫ້​ຮູ້​ວ່າ, ອຳ​ນາດການ​ປົກຄອງ​ຂອງ​ທ່ານ​ປະທານາທິບໍດີ Brack Obama ປາດ​ຖະໜາ​ຢາກ​ຍົກ​ເລີກຄຳ​ສັ່ງ​ລົງ​ໂທດ​ດ້ານ​ເສດຖະກິດ​ເຊິ່ງຈັດ​ວາງຕໍ່​ກຸຍ​ບາ ກວ່າ​ເຄິ່ງທົດ​ສະ​ວັດ​ຜ່ານ​ມາ ​ແລະ ຫວັງ​ວ່າ​ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ຈະ​ປະຕິບັດ​ສິ່ງ​ດ່ັງກ່າວ​ໂດຍ​ໄວ. ທ່ານ John Kerry ​ແຈ້ງ​ວ່າທ່ານຈະ​ໄປ​ຢ້ຽມຢາມກຸຍ​ບາ ​ໃນ​ວັນ​ທີ 14/08 ຢ່າງ​ເປັນ​ທາງການ. ສ່ວນ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ Bruno Rodriguez ​ເນັ້ນ​ໜັກ​ວ່າ, 2 ຝ່າຍ​ກ້າວ​ໄປ​ເຖິງ​ເຫດການ​ໃນ​ວັນ​ທີ 20/07 ​ແມ່ນ​ຍ້ອນທີ​ການ​ຊີ້​ນຳ​ນຳພາ​ອັນ​ສະ​ຫຼາດ​ສ່ອງ​ໄສຂອງ​ຜູ້ນຳ​ກຸຍ​ບາ Phidel Castro ກໍ່​ຄື​​ຄວາມ​ຕັດສິນ​ໃຈ​ຂອງ​ປະຊາຊົນ​ກຸຍ​ບາ​ ພ້ອມ​ກັບ​ຄວາມ​ເຊື່ອ​ໝັ້ນ​ຢ່າງ​ແນວ​ແນ່​ເຂົ້າ​ເສັ້ນທາງ​ທີ່​ໄດ້​ເລື​ອກ​ເຟັ້ນ.

ຂ່າວ/ບົດ​ອື່ນ