ລັດຖະມົນຕີການຕ່າງປະເທດອາເມລິກາແລະອີຣານຍົກເລີກບັນດາມາດຕະການລົງໂທດ

ລັດຖະມົນຕີການຕ່າງປະເທດອາເມລິກາແລະອີຣານຍົກເລີກບັນດາມາດຕະການລົງໂທດ - ảnh 1
ທ່ານ Jojn Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​
​ພົບ​ປະ​ກັບ​ຜູ້​ຮ່ວມ​ຕຳ​ແໜ່​ງ ອີຣານທ່ານ Javad Zarif
(ພາບ: Reuters)

(vovworld) - ວັນ​ທີ 15/6, ທ່ານ Jojn Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ຮ່ວມ​ຕຳ​ແໜ່​ງ ອີຣານທ່ານ Javad Zarif ຢູ່​ນອກ​ແວ ​ເພື່ອ​ສືບ​ຕໍ່​ປຶກສາ​ຫາລື​ກ່ຽວ​ກັບ​ເລື່ອງ ​ເຕ​ເຮຣານຖື​ວ່າ​ປະ​ເທດ​ຕົນ​ບໍ່​ໄດ້​ຍົກ​ເວັ້ນບັນດາ​ມາດ​ຕະການ​ລົງ​ໂທດ​ຕາມ​ຂໍ້​ຕົກລົງ​ແຜນການ​ດຳ​ເນີນ​ງານ​ຮອບດ້ານ​ລວມ (JCPOA), ຂໍ້​ຕົກລົງ​ດ້ານນິວຄະ​ເລຍ​ປະ​ຫວັດ​ສາດ​ລະຫວ່າງ ​ເຕ​ເຮຣານ ​ແລະ ບັນດາ​ປະ​ເທດ​ມະຫາ​ອຳນາດ​ໂລກ​ແມ່ນບັນລຸ​ໄດ້​ເມື່ອ​ເດືອນ 7/2015. ທີ່​ການ​ພົບ​ປະ, ​ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ວິວັດ​ການ​ປະຕິບັດ​ຂໍ້​ຕົກລົງ​ດ້ານນິວຄະ​ເລຍ, ​ໃນ​ນັ້ນ​ມີ​ບັນດາ​ບັນຫາ​ກ່ຽວ​ກັບ​ຂົງ​ເຂດ​ທະນາຄານ ​ແລະ ຍົກ​ເລີກ​ບັນດາ​ຄຳ​ສັ່ງ​ລົງ​ໂທດ​ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ນິວຄະ​ເລຍ, ນອກ​ນັ້ນ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ກໍ່​ຍົກ​ອອກ​​ຄວາມ​ສຳຄັນ​ຂອງ​ເລື່ອງ ອີຣານນຳ​ໃຊ້​ຜົນ​ສະທ້ອນ​ຂອງ​ຕົນ​ຕໍ່​ລັດຖະບານ ຊີ​ຮີ ​ເພື່ອ​ຮັບປະກັນ​​ໃຫ້​ແກ່​ການເຄື່ອນ​ໄຫວ, ມອບ​ຮັບ​ການ​ຊ່ວຍ​ເລືອ​ມະນຸດສະທຳ ກໍ່​ຄື​ເລື່ອງ​ປະຕິບັດ​ຄຳ​ສັ່ງ​ຢຸດ​ຍິງ​ສຳລັບ​ບັນ​ດາ​ກຸ່ມ​ຝ່າຍ​ຄ້ານ​, ເຊິ່ງ ອາ​ເມ​ລິ​ການ​ຖື​ວ່າ​ສະຫງ່ຽມ​ຄ່ຽມຄົມ.

ຂ່າວ/ບົດ​ອື່ນ