ລັດ​ຖະ​ມົນ​ຕີ​ການ​ເງິນ ອາ​ຊຽນ+3 ປຶ​ກ​ສາ​ຫາ​ລື​ມາດ​ຕະ​ການ​ຮັບ​ມື​ກັບ​ໄພ​ກະ​ທົບ​ຈາກ​ຕະຫຼາດ​ການ​ເງິນ​ທົ່ວ​ໂລກ

(VOVWORLD) - ຄາດວ່າ, ຫົວເລື່ອງການກະທົບຈາກເລື່ອງ ອາເມລິກາ ເພີ່ມອັດຕາດອກເບັ້ຍ ສຳລັບແຫຼ່ງທຶນຂອງພາກພື້ນ ອາຊີ ກໍ່ໄດ້ປຶກສາຫາລືທີ່ກອງປະຊຸມຄັ້ງນີ້.
ລັດ​ຖະ​ມົນ​ຕີ​ການ​ເງິນ ອາ​ຊຽນ+3 ປຶ​ກ​ສາ​ຫາ​ລື​ມາດ​ຕະ​ການ​ຮັບ​ມື​ກັບ​ໄພ​ກະ​ທົບ​ຈາກ​ຕະຫຼາດ​ການ​ເງິນ​ທົ່ວ​ໂລກ - ảnh 1

 (ພາບປະກອບ: baochinhphu.vn)

   ທ່ານລັດຖະມົນຕີການເງິນບັນດາປະເທດ ອາຊຽນ+3 (ລວມມີ ອາຊຽນ ແລະ ຍີ່ປຸ່ນ, ສ.ເກົາຫຼີ, ຈີນ) ຈະພົບປະກັນໃນຕົ້ນອາທິດໜ້າຢູ່ ສ.ເກົາຫຼີ ເພື່ອປຶກສາຫາລືກ່ຽວກັບມາດຕະການປ້ອງກັນ ຕໍ່ໜ້າການກະທົບຈາກການຊຸດໂຊມຂອງທະນາຄານໃຫ່ຍຈຳນວນໜຶ່ງໃນໂລກ ແລະ ຜົນສະທ້ອນຈາກໄພຊຸດໂຊມຂອງບັນດາພື້ນຖານເສດຖະກິດໃຫ່ຍ.

   ຄາດວ່າ, ຫົວເລື່ອງການກະທົບຈາກເລື່ອງ ອາເມລິກາ ເພີ່ມອັດຕາດອກເບັ້ຍ ສຳລັບແຫຼ່ງທຶນຂອງພາກພື້ນ ອາຊີ ກໍ່ໄດ້ປຶກສາຫາລືທີ່ກອງປະຊຸມຄັ້ງນີ້. ຍີ່ປຸ່ນ-ປະເທດເປັນປະທານຮ່ວມກັບ ອິນໂດເນເຊຍ ທີ່ກອງປະຊຸມປີນີ້ ຈະປຶກສາຫາລືກ່ຽວກັບແນວຄວາມຄິດເພີ່ມບັນດາແຫລ່ງແລກປ່ຽນເງິນຕາໃນປະຈຸບັນ ແລະ ອະນຸຍາດໃຫ້ບັນດາສະມາຊິກຂຸດຄົ້ນການເງິນ ໃນກໍລະນີຮີບດ່ວນ ຄື: ໂລກລະບາດ, ໄພທຳມະຊາດ….

ຕອບກັບ

ຂ່າວ/ບົດ​ອື່ນ