ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດອາເມລິກາໄປຈີນເພື່ອປຶກສາຫາລືບັນຫາປ້ອງກັນຄວາມສະຫງົບໃນພາກພື້ນ

ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດອາເມລິກາໄປຈີນເພື່ອປຶກສາຫາລືບັນຫາປ້ອງກັນຄວາມສະຫງົບໃນພາກພື້ນ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ
​ການ​ຕ່າງ​ປະ​ເທດ​ອາ​ເມ​ລິກ​າ Antony Blinken
(ພາບ​ປະ​ກອບ)

(vovworld) –​ ວັນ​ທີ 21/01, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິກ​າ Antony Blinken ໄດ້​ໄປ​ເຖິງ​ປັກ​ກິງ, ປະ​ເທດ​ຈີນ ເພື່ອ​ປຶກ​ສາ​ຫາ​ລື​ກັບ​​ອົງ​ການ​ເຈົ້າ​ໜ້າ​ທີ​່ປະ​ເທດນີ້​ກ່ຽວ​ກັບ​ບັນ​ດາ​ວິ​ທີ​ການ​​ປົກ​ປັກ​ຮັກ​ສາ​ຄວາມ​ສະ​ຫງົບ​ພາຍ​ໃນ​ພາກ​ພື້ນ​ ພາຍ​ຫຼັງ​ການ​ທົດ​ລອງ​ນິວ​ເຄ​ຼຍ ຂອງ​ສ​ປ​ປ.ເກົາ​ຫຼີ ແລະ ການ​ເລືອກ​ຕັ້ງ​ຜ​ູ​້​ນຳ​ໜ​້າ​ໄຕ​ຫວັນ (ຈີນ). ກ່າວ​ຄຳ​ເຫັນ​ໃນ​ການ​ພົບ​ປະ​ກັບ​ຄູ່​ຕຳ​ແໜ່ງ​ຈີນ ຈາງ​ເຢ​ີຍ​ຊວຍ, ທ່ານ Blinken ຖື​ວ່າ ນີ້​ແມ່ນ​ຈຸດ​ເວ​ລາ​ສຳ​ຄັນ​ທີ່​ສຸດ ເພື່ອ​ແກ້​ໄຂ​ບາງ​ບັນ​ຫາ​ໃນ​ຕໍ່​ໜ້າ ເຊິ່ງ​ທັງ 2 ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ໃນ​ການ​ຢ້ຽມ​ຢາມ​ປັກ​ກິງ ເປັນ​ເວ​ລາ 2 ວັນ, ທ່ານ Blinken ​ຄາດຈະ​ພົບ​ປະ​ກັບ​ທ່ານ​ຫົວ​ໜ້າ​ຫ້ອງ​ການ​ບັນ​ດາ​ບັນ​ຫາ​ໄຕ​ຫວັນ ຂຶ້ນ​ກັບສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ຈີນ ຈາງຈື​ຈີນ. ທ່ານ Blinken ແມ່ນ​ເຂົ້າ​ໜ້າ​ທີ່​ການ​ທູດ​ຂັ້ນ​ສູງ​ສຸດ​ຂອງ​ອາ​ເມ​ລິ​ກາ ​ມາ​ຢ້​ຽມ​ຢາ​ມ​ຈີນ ນ​ັບ​ແຕ​່​ເມື່ອ​ສປ​ປ.ເກົາ​ຫຼີ ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍ ​ໃນ​ວັນ​ທີ 06/01.

ຂ່າວ/ບົດ​ອື່ນ