ລັດຖະມົນຕີຊ່ວຍວ່າການຜູ້ທີ1ກະຊວງການຕ່າງປະເທດອາເມລິກາAntonyBlinken ເຮັດວຽກຢູ່ຫວຽດນາມ

ລັດຖະມົນຕີຊ່ວຍວ່າການຜູ້ທີ1ກະຊວງການຕ່າງປະເທດອາເມລິກາAntonyBlinken ເຮັດວຽກຢູ່ຫວຽດນາມ - ảnh 1

ທ່ານ​ລັດຖະມົນຕີເຈິ​ນດ້າຍ​ກວາງ ​ຕ້ອນຮັບທ່ານລັດຖະມົນຕີ​ຊ່ວຍ
​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ  Antony Blinken.

(vovworld) – ທີ່​ການ​ຕ້ອນຮັບ​ທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ຜູ້​ທີ 1 ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ  Antony Blinken, ວັນ​ທີ 18/5, ທ່ານ​ນາງຮອງປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກິມ​ເງິນ ຢືນຢັນ​ວ່າ: ຍາມ​ໃດ ຫວຽດນາມ ກໍ​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ ອາ​ເມ​ລິ​ກາ ​ແລະ ຊຸກຍູ້​ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ຕາມ​ຈິດໃຈ​ຖະ​ແຫຼ​ງການ​ຮ່ວມ​ຂັ້ນ​ສູງ 2 ປະ​ເທດ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນທິກິ​ມເງິນ ສະ​ເໜີ​ຝ່າຍ ອາ​ເມ​ລິ​ກາ ສືບ​ຕໍ່​ສົມທົບ​ກັບຝ່າຍ ຫວຽດນາມ ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ລະຫວ່າງ 2 ປະ​ເທດ​ໃຫ້ພັດທະນາຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກ່ວາ ​ເພື່ອ​ຮັບ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ.

     ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ່​ງມິ​ງ  ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Antony Blinken,  ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບີ່​ງມິ​ງ ຢືນຢັນ​ຄືນ​ໃໝ່​ ຄວາມຕັດສິນ​ໃຈ​ຂອງ ຫວຽດນາມ ກັບ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ​ແລະ ປາດ​ຖະໜາວ່າ ​ຝ່າຍສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ຈະ​ມອບ​ສິດ​ອຳນາດ​ເຈລະຈາ​ໃຫ້​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ ​ໂດຍ​ໄວ ​ເພື່ອ​ໃຫ້​ວິວັດ​ການ​ເຈລະຈາ​ໄດ້​ດຳ​ເນີນ​ຢ່າງ​ສະດວກ ​ແລະ ປະຕິບັດ​ສຳ​ເລັດ​ຖືກຕ້ອງ​ຕາມ​ວິວັດທະນາ​ການ​ທີ່​ໄດ້​ວາງ​ອອກ​ໂດຍ​ໄວ. ສ່ວນ​ທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ຜູ້​ທີ 1 ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຢືນຢັນ​ວ່າ: ​ອາ​ເມ​ລິ​ກາ ສະໜັບ​ສະໜູນ​ເລື່ອງ​ແກ້​ໄຂ​ບັນດາ​ຄວາມ​ຂັດ​ແຍ້​ງກັນ​ໃນ​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນຕິ​ວິທີ; ຜ່ານ​ບັນດາ​ການ​ພົວພັນ​ດ້ານການທູດ ​ໂດຍອີງ​ໃສ່​ພື້ນຖານ​ກົດໝາຍ​ສາກົນ ​ແລະ ມາດຕະຖານ​ລວມ​ຄື: ​ສົນທິສັນຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລປີ 1982 ​ແລະ ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​​ຝ່າຍຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

          ​ແລະ​ກໍ​ໃນ​ວັນທີ 18/5, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດຫວຽດນາມ, ພົນ​ເອກ ​ເຈິ​ນດ້າຍ​ກວາງ ​ໄດ້​ໃຫ້ການ​ຕ້ອນຮັບທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ຜູ້​ທີ 1 ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ  Antony Blinken.

ຂ່າວ/ບົດ​ອື່ນ