ລັດຖະມົນຕີປ້ອງກັນປະເທດ Israel ສະເໜີຖອນບັນດາເຂດຕັ້ງຖິ່ນຖານຄົງທີ່

ລັດຖະມົນຕີປ້ອງກັນປະເທດ Israel ສະເໜີຖອນບັນດາເຂດຕັ້ງຖິ່ນຖານຄົງທີ່ - ảnh 1

(ພາບ:vietgiaitri.com)

(vovworld)- ຫວ່າງ​ແລ້ວ​ນີ້, ທ່ານ Ehud Barak ລັດຖະມົນຕີ​ກະຊວງປ້ອງ​ກັນ​ປະ​ເທດ Israel ​​ໄດ້ຮຽກຮ້ອງພຽງ​ລຳພັງ​ຝ່າຍ​ດຽວດ້ວຍ​ການ​ຖອນ​ເຂດ​ຕັ້ງຖິ່ນ​ຖານ​ຄົງ​ທີ່ຈຳນວນ 1 ອອກ​ຈາກ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ​, ຖ້າ​ຫາກ​ວ່າ​ຂໍ້​ຕົກລົງ​ສັນຕິພາບ​ກັບ Palestin ຍັງຕົກ​ຢູ່​ໃນ​ສະພາບ​​ຢຸດ​ສະ​ງັກ. ​ໃນ​ບົດ​ຕອບ​ສຳພາດທີ່​ລົງ​ພິມ​​ໃນໜັງສືພິມ Israel Hayom ສະບັບ​ອອກ​ວັນ​ທີ 24/9, ທ່ານ​ລັດຖະມົນຕີ Barak ​ໃຫ້​ຮູ້​ວ່າ: ທ່ານ​ພວມ​ພິຈາລະນາ​ແຜນການ​ຖອນເຂດ​ຕັ້ງຖິ່ນ​ຖານ​ຄົງ​ທີ່ປະ​ວ່າງ​ຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ ນັບ​ສີ​ບ​ແຫ່ງ​ເພື່ອ​ແລກ​ເອົາ​ເລື່ອງ​ຫັນເຂດ​ຕັ້ງຖິ່ນ​ຖານ​ຄົງ​ທີ່​ໃຫ່ຍຄື: Gush, Maale Adumim, Etzion ​ແລະ Ariel ​ເປັນ​ສ່ວນ 1 ຂອງດິນ​ແດນ  Israel. ນີ້​ບໍ່​ແມ່ນ​ຄັ້ງທຳ​ອິດ​ທີ່​ທ່ານ Barak ​ໄດ້​ຍົກ​ອອກ​ຂໍ້​ສະ​ເໜີ​ນີ້. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ວົງ​ການ​ນັກ​ໄຈ້​ແຍກ​ຖື​ວ່າ ຂໍ້​ສະ​ເໜີ​ນີ້​ຂອງ​ທ່ານຈະ​ໄດ້​ຮັບ​ການ​ຄັດຄ້ານ​ຢ່າງ​ແຮງ​ຈາກ​ບັນດາ​ຜູ້​​ເດີນ​ຕາມຝ່າຍ​ແຂງ​ກະດ້າງ​ຢູ່ Israel ​ໃນ​ສະພາບ​ການ​ທີ່​ລັດ​ຊາວ​ຢີວ ກຽມ​ດຳ​ເນີນ​ການ​ເລືອກ​ຕັ້ງກ່ອນ​ກຳນົດ​ເວລາ​ໃນຕົ້ນປີ​ໜ້າ.

ຂ່າວ/ບົດ​ອື່ນ