(VOVWORLD) -ວັນທີ 15 ມິຖຸນາ, ບັນດາລັດຖະມົນຕີພະລັງງານ ແລະ ສິ່ງແວດລ້ອມຂອງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າຂອງໂລກ (G20) ໄດ້ດຳເນີນກອງປະຊຸມຢູ່ແຂວງ Nagano, ປະເທດຍີ່ປຸ່ນ.
ເລີ່ມດຳເນີນກອງປະຊຸມ G20 ຢູ່ຍີ່ປຸ່ນ
(ພາບ: TTXVN)
|
ນີ້ແມ່ນຄັ້ງທຳອິດທີ່ G20 ຈັດກອງປະຊຸມໂດຍມີການເຂົ້າຮ່ວມຂອງບັນດາລັດຖະມົນຕີຂອງ 2 ກະຊວງພະລັງງານ ແລະ ສິ່ງແວດລ້ອມ.
ກ່າວຄຳເຫັນທີ່ພິທີໄຂ, ທ່ານ Hiroshige Seko, ລັດຖະມົນຕີກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳຍີ່ປຸ່ນ, ຢືນຢັນວ່າ, ຍີ່ປຸ່ນ ສະໜັບສະໜູນຢ່າງແຮງບັນດາເຕັກໂນໂລຊີຫຼັກແຫຼ່ງຄື hydrogen, ພິເສດແມ່ນເຕັກໂນໂລຊີນຳໃຊ້ carbon ຄືນໃໝ່, ພ້ອມທັງສະແດງຄວາມຫວັງຢາກເພີ່ມທະວີການຮ່ວມມືກັບບັນດາພື້ນຖານເສດຖະກິດສະມາຊິກ G20 ໃນຂົງເຂດດັ່ງກ່າວ.
ຍີ່ປຸ່ນ ຈະສະເໜີສ້າງຕັ້ງຂອບເຂດສາກົນໃໝ່ເພື່ອແນໃສ່ຊຸກຍູ້ບັນດາຄວາມມານະພະຍາຍາມເພື່ອຫຼຸດຜ່ອນການຖີ້ມຂີ້ເຫຍື້ອຢາງພຣາດສະຕິກລົງທະເລ, ກໍຄືປຶກສາຫາລືການໜູນຊ່ວຍດ້ານເຕັກນິກໃຫ້ບັນດາປະເທດພວມພັດທະນາຫຼຸດຜ່ອນຂີ້ເຫຍື້ອຢາງພຣາດສະຕິກ.