ລັດຖະມົນຕີວ່າການກະຊວງການຕ່າງປະເທດລັດເຊຍ,ອາເມລິກາໂອ້ລົມທາງໂທລະສັບກ່ຽວກັບຊີຣີ

ລັດຖະມົນຕີວ່າການກະຊວງການຕ່າງປະເທດລັດເຊຍ,ອາເມລິກາໂອ້ລົມທາງໂທລະສັບກ່ຽວກັບຊີຣີ - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ
John Kerry ແລະ ຄູ່ຕຳແໜ່ງ ລັດເຊຍ
(ພາບ: baotintuc.vn)

(vovworld) – ​ທີ່​ການ​ໂອ້​ລົມ​ທາງ​ໂທລະສັບ​ໃນ​ວັນ​ທີ 4/2, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​ແລະ ຄູ່​ຕຳ​ແໜ່​ງ ລັດ​ເຊຍ Sergei Lavrov ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ປຶກສາ​ຫາລື​ລະອຽດ​ກ່ຽວ​ກັບ​ການ​ປະຕິບັດ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່ ຊີຣີ. ຕອບ​ສຳພາດ​ຕໍ່​ວົງ​ການ​ນັກ​ຂ່າ​ວທີ່​ກອງ​ປະຊຸມ​ບັນດາ​ນັກ​ອຸປະຖຳ​ສາກົນ​ໃຫ້​ແກ່​ ຊີຣີ ​ເຊິ່ງຈັດ​ຕັ້ງ​ຢູ່ ລອນ​ດອນ, ທ່ານ Kerry ​ໃຫ້​ຮູ້​ວ່າ: “ຂ້າພະ​ເຈົ້າ​ມີ​ການ​ປຶ​ກສາ​ຫາລື​ກັບ​ທ່ານລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ Lavrov ​ໃນ​ຕອນ​ເຊົ້າມື້​ນີ້ ​ແລະ 2 ຝ່າຍ​ໄດ​້​ເຫັນ​ດີ​ເປັນ​ເອກະ​ພາບ​ຕ້ອງ​ປຶ​ກສາ​ຫາລື​ກ່ຽວ​ກັບ​ວິທີ​ປະຕິບັດ​ຂໍ້​ຕົກລົງ​ຢຸດ​ຍິງ​ກໍ​ຄື​ວິທີ​ສຳ​ພັດ​ມະນຸດສະທຳ​ຂອງ​ທັງ 2 ຝ່າຍ”.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​​ລັດຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ Lavrov ​​ໃຫ້​ຮູ້​ວ່າ: ການ​ໂອ້​ລົມ​ທາງ​ໂທລະສັບ, ລັດຖະມົນຕີ 2 ທ່ານ ກໍ​ຢັ້ງຢືນ​ຈະ​ມານະ​ພະຍາຍາມ​ຢ່າງ​ສູງ​ສຸດ​ເພື່ອ​ຮັບປະກັນ​ວິວັດ​ການ​ເຈລະຈາ​ສັນຕິພາບ​ ຊີຣີ ຖືກ​ດຳ​ເນີ​ນ​ໄປ​ຢ່າງສະດວກ.


ຂ່າວ/ບົດ​ອື່ນ