ລັດຖະມົນຕີສຶກສາບຳລຸງສ້າງ ຕອບຄຳຖາມຂອງ ສສຊ.

          ຕອນ ເຊົ້າ ວັນ ທີ 24/11 ແມ່ນ ມື້ ທີ ສອງ ຂອງ ວາລະ ຊັກ ຖາມ ທີ່ ກອງ ປະຊຸມ ສະ ໄໝ ສາມັນ ເທື່ອ ທີ 2 ສະພາ ແຫ່ງ ຊາດ ຫວຽດນາມ ຊຸດ ທີ 13, ທ່ານ ຟ້າ ມຫວູລ້ວນ ລັດຖະມົນຕີກະຊວງ ສຶກສາ ແລະ ບຳລຸງ ສ້າງ ແມ່ນ ສະມາຊິກ ຜູ້ ທີ 3 ຂອງ ລັດຖະບານ ຕອບ ບັນດາ ຄຳ ຖາມ ຂອງ ສສຊ. ບັນຫາ ຕົ້ນຕໍ ສະ ຫງວນ ໃຫ້ ແກ່ ຜູ້ນຳ ຂະ ແຫນງ ສຶກສາ ລວມມີ: ຄຸນ ນະພາ ບການ ສຶກສາ, ການ ບຳລຸງ ສ້າງ ຢູ່ ຊັ້ນ ມະຫາວິທະຍາ ໄລ, ບັນ ຫາ ວາງ ແຜນ, ສ້າງ ຕັ້ງ, ຍົກ ລະດັບ ບັນດາ ມະຫາວິທະຍາ ໄລ, ວິທະຍາ ໄລ, ການ ຮ່ວມ ສຳພັນ ໃນການ ບຳລຸງ ສ້າງ ປະລິຍາ ໂທ, ປະລິຍາ ເອກ, ສະພາບ ການ ພື້ນຖານ ທາງ ດ້ານ ວັດຖຸ ຂອງ ບັນດາ ມະຫາວິທະຍາ ໄລ, ການຂາດ ແຄ ນ ໂຮງຮຽນ ອະນຸບານ..

          ທ່ານ ຟາ ນວັນ ເຈື່ອງ ສສຊ ແຂວງ ທາຍ ງວຽນ ຖື ວ່າ: ໄລຍະ ມໍ່ໆ ມາ ນີ້ ນັກຮຽນ, ນັກ ສຶກສາ ໄປ ຮຽນ ຢູ່ ຕ່າງປະ ເທດ ຫລາຍ ພໍ ສົມຄວນ ແຕ່ ບັນດາ ນັກຮຽນ ເຂົ້າ ມະຫາວິທະຍາ ໄລຕ່າງໆ ພາຍ ໃນ ປະ ເທດພັດບໍ່ ຄົບ ຕາມ ຄາດໝາຍ ແມ່ນບໍ່ວ່າ ຄຸນ ນະພາ ບການ ສຶກສາ ມະຫາວິທະຍາ ໄລ ປະຈຸ ບັນ ໄດ້ເຮັດ ໃຫ້ ນັກຮຽນ ແລະ ພໍ່ ແມ່ ນັກຮຽນ ບໍ່ ມີ ຄວາມ ເຊື່ອ ໝັ້ນ ອີກ. ກ່ຽວ ກັບ ບັນຫາ ນີ້ ທ່ານ ລັດຖະມົນຕີ ຟ້າ ມຫວູລ້ວນ ຮັບ ຮູ້ ວ່າ: ປະຈຸ ບັນຈຳນວນນັກຮຽນເຂົ້າຮຽນຢູ່ ມະຫາ ວິທະຍາ ໄລ ຫລາຍ ແຫ່ງ ຂຶ້ນ ກັບ ຂະ ແຫນງ ກະສິກຳ, ປ່າ ໄມ້, ວິທະຍາສາດ ສັງຄົມ, ສ້າງ ຄູ ບໍ່ ຄົບ ຕາມ ຄາດໝາຍ.

          “ນີ້ ແມ່ນ ສະພາບ ຕົວ ຈິງ ຂາດ ຄວາມ ດຸນ ດ່ຽງ ລະຫວ່າງ ຄວາມ ຕ້ອງການ ເຂົ້າ ຮຽນ ລະຫວ່າງ ການຊັບຊ້ອນອົງ ປະກອບ ແຮງ ງານ, ແຫ ລ່ງຊັບພະຍາກອນ ມະນຸດ ຂອງ ສັງຄົມ. ທ່ານ ນາຍົກຯ ໄດ້ ຊີ້ ນຳ ໃຫ້ ບັນດາ ກະຊວງ, ຂະ ແຫນງ ການ, ທ້ອງ ຖິ່ນ ສ້າງ ແຜນ ພັດທະນາ ແຫ ລ່ງຊັບພະຍາກອນ ມະນຸດ ຕາມ ວິວັດ ການ, ປະກາດ ໂຄງ ປະກອບ ກວ້າງຂວາງ, ຄວາມ ຕ້ອງການ, ການ ຄາດ ຄະ ເນ ແຫ ລ່ງຊັບພະຍາກອນ ມະນຸດ ເພື່ອ ເປັນ ເອກະສານ ທາ ບທ່າມຢ່າງກວ້າງຂວາງ, ຊ່ວຍ ໃຫ້ ນັກຮຽນ ມີ ການ ຄິດ ໄລ່ ຊັ່ງຊາ ປັບ ປຸ່ງ ຂໍ້ ຕົກລົງ ຈົດ ທະບຽນ ເຂົ້າ ຮຽນ ຢູ່ບັນດາ ມະຫາວິທະຍ າ ໄລ. ພວກ ຂ້າພະ ເຈົ້າ ຈະ ເພີ່ມ ທະວີ ການ ເຄື່ອນ ໄຫວ ສຶກສາ ໂຄສະນາ ເພື່ອ ມີ ການ ກຳນົດ ທິດ ກ່ຽວ ກັບ ວິຊາ ຊີບ ພ້ອມ ທັງ ຄົ້ນ ຄ້ວາ ປ່ ຽນ ແປງ ນະ ໂຍບາຍ ຈຳນວນ ຫນຶ່ງ ທີ່ ມີ ຕໍ່ ບັນດາ ຂະ ແຫນງ ວິຊາ ຊີບ ສະ ເພາະ ຊຶ່ງ ປະ ຈຸ ບັນ ບໍ່ ດຶງ ດູດ ນັກຮຽນ ເຂົ້າ ຮຽນ ໄດ້.“

ຕອບ ຄຳ ຖາມ ຂອງ ສສຊ ກ່ຽວ ກັບ ອັດຕາ ສ່ວນ ນັກສຶກສາຮຽນ ຈົບ ມະຫາວິທະຍາ ໄລ ສູງ ໃນ ປະຈຸ ບັນ ໃນ ຂະນະ ຄຸນ ນະພາ ບນັກ ສຶກສາ ຮຽນ ຈົບ ບໍ່ ທັນ ສູງ, ທ່ານ ລັດຖະມົນຕີ      ຟ້າ ມຫວູລ້ວນ ໃຫ້ ຮູ້ ວ່າ:

          “ ໄລຍະ ມໍ່ໆ ມາ ນີ້ ຫນັງສືພິມ ພວກ ຂ້າພະ ເຈົ້າ ກໍ ໄດ້ ຮັບ ຂ່າວ ຄາວ ຫລາຍ ຢ່າງ ໂດຍ ສ່ອງ ແສງ ໝາກຜົນ ແທ້ ຈິງ ລະຫວ່າງ ຄວາມ ຮູ້ ແລະ ຄວາມ ຊຳນານ ງານ. ສະ ນັ້ນ ເພື່ອ ແກ້ ໄຂ ບັນຫາ ນີ້, ທາງ ກະຊວງ ມີ ຄວາມ ເອົາ ໃຈ ໃສ່ ເຖິງ ການ ເພີ່ມ ທະວີ ການ ກວດກາ ຕີ ລາຄາ ຄຸນ ນະພາ ບ, ຄຸນ ນະພາ ບກວດກາ ໂຮງຮຽນ, ໂຄງການ ບຳລຸງ ສ້າງ ແລະ ເພີ່ມ ທະວີ ວຽກ ງານ ກວດກາ ນກວດກາ, ຕ້ອງຕິດ ພັນ ກັບ ເຄື່ອງໝາຍ , ອິດ ທິພົນ ຊຶ່ສຽງ ຄວາມ ຮັບ          ຜິ ດຊອບ ຂອງ ໂຮງຮຽນ.“

ຕອບກັບ

ຂ່າວ/ບົດ​ອື່ນ