ລັດ​ຖະ​ສະ​ພາ​ ເອີ​ລົບ​ ຈະ​ປ່ອນ​ບັດແຕ່ງ​ຕັ້ງ​ທ່ານ​ນາງ von der Leyen ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປ​ະ​ທານ EC ໃນ​ວັນ​ທີ 16 ກ​ໍ​ລະ​ກົດ

(VOVWORLD) - ຕອນຄ່ຳວັນທີ 2 ກໍລະກົດ, ການນຳ 28 ປະເທດ EU ໄດ້ເຫັນດີເປັນເອກະພາບກ່ຽວກັບບັນຊີລາຍຊື່ສະເໜີບັນດາຕຳແໜ່ງຫຼັກແຫຼ່ງຂອງ ອົງການໃຫ້ແກ່ອາຍຸການໃໝ່, ໃນນັ້ນທ່ານນາງ von der Leyen ຈະໄດ້ແນະນຳໃຫ້ດຳລົງຕຳແໜ່ງເປັນປະທານ EC.
ລັດ​ຖະ​ສະ​ພາ​ ເອີ​ລົບ​ ຈະ​ປ່ອນ​ບັດແຕ່ງ​ຕັ້ງ​ທ່ານ​ນາງ von der Leyen ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປ​ະ​ທານ EC ໃນ​ວັນ​ທີ 16 ກ​ໍ​ລະ​ກົດ - ảnh 1ທ່ານນາງລັດຖະມົນຕີກະຊວງປ້ອງກັນປະເທດ ເຢຍລະມັນ Ursula von der Leyen (ພາບ: AFP/TTXVN)

ໃນວັນທີ 11 ກໍລະກົດ, ທ່ານໂຄສົກລັດຖະສະພາເອີລົບໃຫ້ຮູ້ວ່າ ອົງການນີ້ຈະປ່ອນບັດ ແຕ່ງຕັ້ງທ່ານນາງ Ursula von der Leyen ດຳລົງຕຳແໜ່ງເປັນປະທານຄະນະກຳມະການເອີລົບ ໃນວັນທີ 16 ກໍລະກົດ ຕາມແຜນການທີ່ໄດ້ວາງອອກ. ບັນດາຄວາມວິຕົກກັງວົນກ່ຽວກັບໂອກາດຂອງທ່ານນາງ von der Leyen ໄດ້ຮັບການສະໜັບສະໜູນຈາກລັດຖະສະພາເອີລົບ ພວມມີຂ່າວລືວ່າ ການປ່ອນບັດອາດຈະຖືກໂຈະໄວ້.

        ຕອນຄ່ຳວັນທີ 2 ກໍລະກົດ, ການນຳ 28 ປະເທດ EU ໄດ້ເຫັນດີເປັນເອກະພາບກ່ຽວກັບບັນຊີລາຍຊື່ສະເໜີບັນດາຕຳແໜ່ງຫຼັກແຫຼ່ງຂອງ ອົງການໃຫ້ແກ່ອາຍຸການໃໝ່, ໃນນັ້ນທ່ານນາງ von der Leyen ຈະໄດ້ແນະນຳໃຫ້ດຳລົງຕຳແໜ່ງເປັນປະທານ EC.

ຕອບກັບ

ຂ່າວ/ບົດ​ອື່ນ