ລັດຖະສະພາ​ເອີຣົບ ​ໃຫ້​ສັດຕະຍາບັນ Brexit

(VOVWORLD) -ລັດຖະສະພາເອີີຣົບ ຈະຈັດກອງປະຊຸມຄົບຄະນະໃນວັນທີ 29 ມັງກອນ, ຢູ່ Strasbourg ປະເທດ ຝລັ່ງ ເພື່ອຮັບຮອງເອົາຂໍ້ຕົກລົງ Brexitສ້າງສໍາເລັດລະບຽບການສຸດທ້າຍກ່ອນທີ່ ລາຊະອານາຈັກ ອັງກິດ ຈະຖອນຕົວອອກຈາກ ສະຫະພາບເອີຣົບ ຢ່າງເປັນທາງການໃນວັນທີ 31 ມັງກອນ.

        ຕາມແຜນການແລ້ວ, ລັດຖະສະພາເອີີຣົບ ຈະຈັດກອງປະຊຸມຄົບຄະນະໃນວັນທີ 29 ມັງກອນ, ຢູ່ Strasbourg ປະເທດ ຝລັ່ງ ເພື່ອຮັບຮອງເອົາຂໍ້ຕົກລົງ Brexit, ສ້າງສໍາເລັດລະບຽບການສຸດທ້າຍກ່ອນທີ່ ລາຊະອານາຈັກ ອັງກິດ ຈະຖອນຕົວອອກຈາກ ສະຫະພາບເອີຣົບ ຢ່າງເປັນທາງການໃນວັນທີ 31 ມັງກອນ.

        ໃນວັນທີ 29 ມັງກອນ, ນອກຈາກເລື່ອງ ລັດຖະສະພາເອີຣົບ ຈັດກອງປະຊຸມເພື່ອໃຫ້ສັດຕະຍາບັນຂໍ້ຕົກລົງ Brexit ແລ້ວ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ຍັງຈະຍື່ນສະເໜີຮ່າງກົດໝາຍສະບັບໃໝ່ ຕໍ່ ລັດຖະສະພາອັງກິດ ກ່ຽວກັບອາຊີບຫາປາ, ຕາມນັ້ນແລ້ວ, ນັບແຕ່ວັນທີ 31 ທັນວາ 2020 ເປັນຕົ້ນໄປ, ຊາວປະມົງຕ່າງປະເທດ ຈະບໍ່ໄດ້ໄປຫາປາຢູ່ເຂດທະເລຂອງລາຊະອານາຈັກ ອັງກິດ ຖ້າຫາກບໍ່ໄດ້ຮັບອະນຸຸຍາດຈາກລັດຖະບານ ອັງກິດ.

ກວາງຢຸງ - ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ປະຈໍາ ປາຣີ.

ຕອບກັບ

ຂ່າວ/ບົດ​ອື່ນ