ລັດຖະສະພາເອີລົບຮັບຮອງເອົາພາກສ່ວນຂອງຄະນະກຳມະການເອີລົບ

ລັດຖະສະພາເອີລົບຮັບຮອງເອົາພາກສ່ວນຂອງຄະນະກຳມະການເອີລົບ - ảnh 1
​ປະ​ທານ EC Jean-Claude Juncker
(ພາບ: AFP/TTVN)

(vovworld) - ວັນ​ທີ 22/10, ລັດ​ຖະ​ສະ​ພາ​ເອີ​ລົບ (EP) ໄດ້​ອະ​ນຸ​ມັດ​ຜ່ານ​ພາກ​ສ່ວນ​ໃນ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ (EC) ໄລ​ຍະ 2014 – 2019 ໂດຍ​ທ່ານ Jean – Claude Juncker ເປັນ​ປະ​ທານ​ດ້ວຍ​ບັດ​ສະ​ໜັບ​ສະ​ໜູນ 423 ບັດ, ບັດ​ຕ້ານ 209 ບັດ ແລະ ບັດ​ຂາວ 67 ບັດ. ດັ່ງ​ນັ້ນ, EC ດ້ວຍ​ກຳ​ມະ​ການ 28 ທ່ານ, ໃນ​ນັ້ນ​ມ​ີ​ສະ​ມາ​ຊິກ​ຍິງ 9 ​ທ່ານ, ອາດ​ຈະ​ເລີ່ມ​ເຄື່ອນ​ໄຫວ​ແຕ່​ວັນ​ທີ 1/11/2014.

        ກ່ອນ​ໜ້ານັ້ນ, EP ໄດ້​ໂອ້​ລົມ​ສົນ​ທະ​ນາ​ກັບ​ແຕ່​ລະ​ຜູ້​ສະ​​ໝັກ​​ເລືອກ​ຕັ້ງເຂົ້າ​ຄະ​ນະກຳ​ມະ​ການ EC, ໃນ​ນັ້ນ, ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ Slovenia Alenka Bratusek, ຜູ້​ສະ​ໝັກ​ເ​ລືອກ​ຕັ້ງ​ໃຫ້​ຕຳ​ແໜ່ງ​ກຳ​ມະ​ການ​ຮັບ​ຜິດ​ຊອບ​ພະ​ລັງ​ງານ, ທີ່​ຖືກ​ບັນ​ດາ​ສະ​ມາ​ຊິກ EP ຕີ​ລາ​ຄາ​ແມ່ນບໍ່​ທັນ​ມີ​​ປະ​ສົບ​ການ​ຢ່າງ​ພຽງ​ພໍ. ຈາກນັ້ນ, ທ່ານ Maros Sefcovic, ຊາວ Slovakia, ໄດ້​​ຮັບບົ່ງ​ຕົວ​ແທນ​ໃຫ້​ຕຳ​ແໜ່ງ​ດັ່ງ​ກ່າວ. ກ່າວ​ຄຳ​ເຫັນ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ, ທ່ານ Juncker ໃຫ້​ຮູ້​ວ່າ: ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ຂອງ​ອາ​ຍຸ​ການ 5 ປີ​ຈະ​ມາ​ເຖິງ​ແມ່ນ ຍາດ​​ຄວາມ​ໄວ້​ວາງ​ໃຈ​ໃນ​ລະ​ດັບ​ສ​ູງ​ສຸດໃຫ້​ແກ່​ສະ​ຫະ​ພາບ​ເອີ​ລົບ (EU). ທ່ານ Juncker ຢັ້ງ​ຢືນ​ວ່າ: EU ຢາກ​ເຊັນ​ຂໍ້​ຕົ​ກ​ລົງ​ເຂດ​ການ​ຄ້າ​ເສ​ລີ​ກັບ ອາ​ເມ​ລິ​ກາ, ແຕ່​ດ້ວຍ​ເງື່ອນ​ໄຂ​ເຄົາ​ລົບ​ກົດ​ໝາຍ​ເອີ​ລົບ​ຢ່າງ​ເຂັ້ມ​ງວດ. ກ່ຽວ​ກັບ​ເລື່ອງ EU ຮັບ​ສະ​ມາ​ຊິກ​ໃໝ່, ທ່ານ​ຖື​ວ່າ​ວິ​ວັດ​ການ​ເຈ​ລະ​ຈາ​ກັບ​ບັນ​ດາ​ຜູ້​ສະ​ໝັກ​ເລືອກ​ຕັ້ງ​ຍາກ​ທີ່​ສິ້ນ​ສຸດ​ກ່ອນ​ປີ 2019 ໄດ້.

 


ຂ່າວ/ບົດ​ອື່ນ