ລັດເຊຍ ກະຕຸກຊຸກຍູ້ ສາກົນຮັບປະກັນໃຫ້ຢູແກຼນປະຕິບັດຕາມຂໍ້ຕົກລົງສັນຕິພາບ

ລັດເຊຍ ກະຕຸກຊຸກຍູ້ ສາກົນຮັບປະກັນໃຫ້ຢູແກຼນປະຕິບັດຕາມຂໍ້ຕົກລົງສັນຕິພາບ - ảnh 1
(ພາບປະກອບ: AFP/TTXVN)

(vovworld) – ລັດ​ເຊຍ ​ໄດ້​ກ່າວຫາອຳນາດ​ການ​ປົກຄອງ​ຢູ​ແກຼນ ​ໄດ້​ລະ​ເມີດ​ບາງ​ຂໍ້​ມາດຕາ​ໃນ​ຂໍ້​ຕົກລົງ​ສັນຕິພາບ Minsk, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​​ເຢຍລະ​ມັນ ​ແລະ ຝລັ່ງ, 2 ປະ​ເທດ​ສວມ​ບົດບາດ​ສຳຄັນ​ໃນ​ວິວັດ​ການ​ບັນລຸ​ໄດ້​ຂໍ້​ຕົກລົງ​ເອກະສານ​ດັ່ງກ່າວ, ຈົງມານະ​ພະຍາຍາມ​ກວ່າອີກ ​ເພື່ອ​ຮັບປະກັນ​ໃຫ້ Kiev ປະຕິບັດ​ບັນດາ​ຂໍ້​ຕົກລົງ​ທີ່​ເຄີຍ​ບັນລຸ​ໄດ້. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ ​ໃນ​ວັນ​ທີ 23/03, ​ໂຄສົກ​ວັງ Kremlin, Dmitry Peskov ຖະ​ແຫຼ​ງວ່າ: ບັນດາ​ປະ​ເທດ​ຮັບປະກັນ​ໃຫ້​ຂໍ້​ຕົກລົງ Minsk ຕ້ອງ​ປະຕິບັດ​ບົດບາດ​ໜ້າ​ທີ່​ລວມ ​ເພື່ອ​ຮັບປະກັນ​ໃຫ້​ບັນ​ດາ​ຂໍ້​ມາດຕາ​ໄດ້​ຮັບ​ການ​ປະຕິບັດ. ຖະ​ແຫຼ​ງການ​ດັ່ງກ່າວ​ຂອງ​ວັງ Kremlin ​ຖືກ​ຍົກ​ອອກ​ມາ​ໃນ​ສະພາບ​ທີ່​ການ​ປະ​ທະ​ກັນ​ດ້ວຍ​ປືນ​ໃຫຍ່​ເກີດ​ຂຶ້ນ​ຢ່າງ​ແຮງ​ຢູ່​ໃກ້​ກັບ​ນະຄອນ Donersk (ທາງທິດຕາ​ເວັນ​ອອກ​ຢູ​ແກຼມ), ​ໂດຍ​ກຳລັງ​ທວງ​ເອົາ​ເອກະລາດ​ຄວບ​ຄຸມ, ການ​ກະທຳ​ດັ່ງກ່າວ​ໄດ້​ລະ​ເມີດ​ຄຳ​ສັ່ງ​ຢຸດ​ຍິງ​ຕາມ​ຂໍ້​ຕົກລົງ Minsk ທີ່​ໄດ້​ເຊັ່ນກັນ​ເມື່ອ​ວັນ​ທີ 12/02 ຜ່ານ​ມາ.

ຂ່າວ/ບົດ​ອື່ນ