ລັດເຊຍ ກ່າວຫາ ອາເມລິກາ ມີກົນອຸບາຍກໍ່ຜົນສະທ້ອນກ່ອນການເລືອກຕັ້ງປະທານາທິບໍດີ

(VOVWORLD) - ທ່ານຮອງລັດຖະມົນຕີ Ryabkov ໃຫ້ຮູ້ວ່າ: ຕາມແຜນການແລ້ວ, ທຳນຽບຂາວຈະຍື່ນສະເໜີຕໍ່ສະພາແຫ່ງຊາດບົດລາຍງານ 2 ສະບັບທີ່ກ່ຽວຂ້ອງເຖິງຮ່າງກົດໝາຍລົງໂທດ ລັດເຊຍ ເຊິ່ງ ທ່ານປະທານາທິບໍດີ ອາເມລິກາ ໄດ້ລົງນາມປະກາດໃຊ້ໃນເດືອນ ສິງຫາ ປີກ່ອນ.

ລັດເຊຍ ກ່າວຫາ ອາເມລິກາ ມີກົນອຸບາຍກໍ່ຜົນສະທ້ອນກ່ອນການເລືອກຕັ້ງປະທານາທິບໍດີ - ảnh 1

 ທ່ານ Sergei Ryabkov, ຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ  

(ພາບ: Reuters/TTXVN) 

ວັນທີ 13 ມັງກອນ, ທ່ານ Sergei Ryabkov, ຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ ຢັ້ງຢືນວ່າ ມາດຕະການລົງໂທດໃຫມ່ເຊິ່ງ ອາເມລິກາ ຄາດວ່າຈະຈັດວາງສຳລັບ ມົດສະກູ ແມ່ນກົນອຸບາຍເພື່ອແນໃສ່ກໍ່ຜົນສະທ້ອນສຳລັບວຽກງານພາຍໃນຂອງລັດເຊຍ ກ່ອນການເລືອກຕັ້ງປະທານາທິບໍດີ ໃນໄລຍະຈະມາເຖິງ. ຄາດວ່າ, ວໍຊິງຕັນຈະຈັດວາງບັນດາມາດຕະການລົງໂທດໃໝ່ສຳລັບ ລັດເຊຍ ໃນຕົ້ນເດືອນກຸມພາຈະມາເຖິງ, ດ້ວຍເຫດຜົນວ່າ ມົດສະກູ ແຊກແຊງເຂົ້າການເລືອກຕັ້ງປະທານາທິບໍດີ ອາເມລິກາ ເມື່ອປີ 2016, ຂໍ້ກ່າວຫາເຊິ່ງ ມົດສະກູ ຍາມໃດກໍ່ປະຕິເສດ. ທ່ານຮອງລັດຖະມົນຕີ Ryabkov ໃຫ້ຮູ້ວ່າ: ຕາມແຜນການແລ້ວ, ທຳນຽບຂາວຈະຍື່ນສະເໜີຕໍ່ສະພາແຫ່ງຊາດບົດລາຍງານ 2 ສະບັບທີ່ກ່ຽວຂ້ອງເຖິງຮ່າງກົດໝາຍລົງໂທດ ລັດເຊຍ ເຊິ່ງ ທ່ານປະທານາທິບໍດີ ອາເມລິກາ ໄດ້ລົງນາມປະກາດໃຊ້ໃນເດືອນ ສິງຫາ ປີກ່ອນ. ໜຶ່ງໃນ 2 ບົດລາຍງານນີ້ ຈະເປີດກ້ວາງ ບັນດາເຈົ້າໜ້າທີ່ ແລະ ອົງກອນ ລັດເຊຍ ເຂົ້າບັນຊີລາຍຊື່ຖືກລົງໂທດ, ໃນຂະນະທີ່ບົດລາຍງານຍັງເຫຼືອຈະວິໄຈວ່າ ບັນດາຄຳສັ່ງລົງໂທດແຕ່ກ່ອນມານີ້ມີປະສິດທິຜົນຫຼືບໍ່?

ຕອບກັບ

ຂ່າວ/ບົດ​ອື່ນ