ລັດ​ເຊຍ ກ່າວ​ຫາ ອາ​ເມ​ລິ​ກາ ເຮັດ​ໃຫ້​ສະ​ພາບ​ການ​ຢູ່ ຢູ​ແກຼນເຄັ່ງ​ຕຶງຂຶ້ນ​ຕື່ມ

(VOVWORLD) -ການກະທຳຂອງ ອາເມລິກາ ທີ່ຈັດສົ່ງພົນທະຫານ 8.500 ຄົນໄປກຽມພ້ອມສູ້ຮົບຢູ່ ເອີຣົບ ໃນກໍລະນີ ວິກິດການ ຢູແກຼນ ພວມປີນຂັ້ນໄດ ແມ່ນບໍ່ຕ່າງຫຍັງກັບເລື່ອງ ເຕີມນ້ຳມັນໃສ່ແປວໄຟ”. 
ລັດ​ເຊຍ ກ່າວ​ຫາ ອາ​ເມ​ລິ​ກາ ເຮັດ​ໃຫ້​ສະ​ພາບ​ການ​ຢູ່ ຢູ​ແກຼນເຄັ່ງ​ຕຶງຂຶ້ນ​ຕື່ມ - ảnh 1ທະຫານ ອາເມລິກາ ຊ້ອມຮົບຢູ່ Grafenwoehr, ເຢຍລະມັນ (ພາບ:  AFP/TTXVN)

ໃນຖະແຫຼງການທີ່ໄດ້ຍົກອອກໃນວັນທີ 25 ມັງກອນ, ທ່ານ Dmitry Peskov ໂຄສົກວັງ Kremlin ຊີ້ແຈ້ງວ່າ ການກະທຳຂອງ ອາເມລິກາ ທີ່ຈັດສົ່ງພົນທະຫານ 8.500 ຄົນໄປກຽມພ້ອມສູ້ຮົບຢູ່ ເອີຣົບ ໃນກໍລະນີ ວິກິດການ ຢູແກຼນ ພວມປີນຂັ້ນໄດ ແມ່ນບໍ່ຕ່າງຫຍັງກັບເລື່ອງ ເຕີມນ້ຳມັນໃສ່ແປວໄຟ”. ທ່ານຢັ້ງຢືນຄືນໃໝ່ວ່າ ການກະທຳຂອງ ອາເມລິກາ ແລະ ອົງການສົນທິສັນຍາອັດລັງຕິກເໜືອ NATO ເອງ ພວມເຮັດໃຫ້ສະພາບການຢູ່ ຢູແກຼນ ເຄັ່ງຕຶງຂຶ້ນຕື່ມ ແລະ ໃຫ້ຮູ້ວ່າ ວັງ Kremlin ມີຄວາມວິຕົກກັງວົນເປັນພິເສດ ແລະ ຈະຕິດຕາມການເຄື່ອນໄຫວຕ່າງໆຂອງ ອາເມລິກາ ທີ່ເຮັດໃຫ້ສະພາບການຢູ່ ຢູແກຼນ ເຄັ່ງຕຶງຂຶ້ນຕື່ມ.

        ເຈົ້າໜ້າທີ່ ລັດເຊຍ ກໍໃຫ້ຮູ້ວ່າ ໃນອາທິດນີ້, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຈະມີການແລກປ່ຽນກັບຄູ່ຮ່ວມຕຳແໜ່ງ ຝລັ່ງ Emmanuel Macron ກ່ຽວກັບບັນດາການຜັນແປທີ່ກ່ຽວຂ້ອງ. ທ່ານປະທານາທິບໍດີ Emmanuel Macron ກໍມີແຜນການພົບປະກັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskiy ແລະ ທ່ານ Peskov ກໍຢັ້ງຢືນການກະທຳຂອງ ອາເມລິກາ ທີ່ກ່ຽວຂ້ອງເຖິງພົນທະຫານ 8.500 ຄົນທີ່ກ່າວມາຂ້າງເທິງວ່າ  ບໍ່ສົ່ງຜົນສະທ້ອນຕໍ່ການເຈລະຈາ ຍ້ອນວ່າ ການເຈລະຈາໃນປັດຈຸບັນໄດ້ສິ້ນສຸດລົງແລ້ວ.


ຕອບກັບ

ຂ່າວ/ບົດ​ອື່ນ