ລັດ​ເຊຍ ກ່າວ​ເຕືອນ ຝ່າຍ​ຕາ​ເວັນ​ຕົກ​ສະ​ໜອງ​ອາ​ວຸດ ໃຫ້​ແກ່​ຢູ​ແກຼນ ຍິ່ງເຮັດ​ໃຫ້​ການ​ປະ​ທະ​ກັນ​​ຮ້າຍ​ແຮງຂຶ້ນ​ຕື່ມ​ອີກ

(VOVWORLD) -ເມື່ອເຕື້ອງເຖິງການຢ້ຽມຢາມ ອາເມລິກາ ຂອງທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ, ທ່ານ  Dmitry Peskov ຖືວ່າ ສິ່ງນີ້ບໍ່ນຳມາເຊິ່ງໝາກຜົນທີ່ຕັ້ງໜ້າ ແລະ ລັດເຊຍກໍ່ບໍ່ເຫັນກາລະໂອກາດເຈລະຈາສັນຕິພາບ ກັບ ຢູແກຼນ.
ລັດ​ເຊຍ ກ່າວ​ເຕືອນ ຝ່າຍ​ຕາ​ເວັນ​ຕົກ​ສະ​ໜອງ​ອາ​ວຸດ ໃຫ້​ແກ່​ຢູ​ແກຼນ ຍິ່ງເຮັດ​ໃຫ້​ການ​ປະ​ທະ​ກັນ​​ຮ້າຍ​ແຮງຂຶ້ນ​ຕື່ມ​ອີກ - ảnh 1ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນກັບທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: Kevin Lamarque/Reuters)

ວັນທີ 21 ທັນວາ, ເມື່ອແລກປ່ຽນກັບວົງການນັກຂ່າວ ຢູ່ມົດສະກູ, ທ່ານ Dmitry Peskov ໂຄສົກວັງ Kremlin ໄດ້ກ່າວເຕືອນເລື່ອງ ບັນດາປະເທດ ຝ່າຍຕາເວັນຕົກ ສືບຕໍ່ສະໜອງອາວຸດໃຫ້ແກ່ຢູແກຼນ ພຽງແຕ່ຈະເຮັດໃຫ້ການປະທະກັນໃນປັດຈຸບັນຮ້າຍແຮງຂຶ້ນຕື່ມ. ທ່ານ Dmitry Peskov ເນັ້ນໜັກວ່າ ນີ້ແມ່ນສິ່ງທີ່ບໍ່ເປັນປະໂຫຍດໃຫ້ແກ່ ຢູແກຼນ.

ເມື່ອເຕື້ອງເຖິງການຢ້ຽມຢາມ ອາເມລິກາ ຂອງທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ, ທ່ານ  Dmitry Peskov ຖືວ່າ ສິ່ງນີ້ບໍ່ນຳມາເຊິ່ງໝາກຜົນທີ່ຕັ້ງໜ້າ ແລະ ລັດເຊຍກໍ່ບໍ່ເຫັນກາລະໂອກາດເຈລະຈາສັນຕິພາບ ກັບ ຢູແກຼນ. ໃນວັນດຽວກັນ, ສຳນັກຂ່າວສານ Reuters ໄດ້ລົງຂ່າວວ່າ ທ່ານປະທານາທິບໍດີ Zelensky ໄດ້ປະກາດໃນສື່ສັງຄົມອອນລາຍ Twitter ວ່າ ພວມເດີນທາງໄປ ອາເມລິກາ ເພື່ອ ເພີ່ມທະວີຄວາມສາມາດໃນການຟື້ນຟູ ແລະປ້ອງກັນຂອງ ຢູແກຼນ”. ຕາມຂັ້ນຕອນ ທ່ານ Zelensky ຈະພົບປະກັບທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ມີບົດກ່າວປາໄສຕໍ່ໜ້າສະພາແຫ່ງຊາດ ອາເມລິກາ ເພື່ອສະເໜີໄດ້ຮັບການໜູນຊ່ວຍອາວຸດຕື່ມອີກ. ໃນຂະນະນັ້ນ, ອາເມລິກາກໍ່ຄາດວ່າຈະຮັບຮອງເອົາການຖ່າຍທອດລະບົບລູກສອນໄຟກ້າວໜ້າ Patriot ໃຫ້ແກ່ ຢູແກຼນຄືສ່ວນໜຶ່ງໃນບ້ວງໜູນຊ່ວຍການທະຫານຄັ້ງຫຼ້າສຸດທີ່ມີມູນຄ່ານັບຕື້ USD ໃຫ້ແກ່ Kiev.

ຕອບກັບ

ຂ່າວ/ບົດ​ອື່ນ