ລັດ​ເຊຍ​ ກ່າວ​ເຕືອນ​​ໄພ​ອັນ​ຕະ​ລາຍ ​ຖ້າ​ຫາກວ່າ NATO ຈັດ​ສົ່ງກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ໄປ​ຍັງ ຢູ​ແກຼນ

(VOVWORLD) -ທ່ານເລຂາການຂ່າວຂອງປະທານາທິບໍດີ ລັດເຊຍ Dmitry Peskov ຖະແຫຼງວ່າ ເລື່ອງຈັດສົ່ງກຳລັງຮັກສາສັນຕິພາບຂອງ NATO ໄປຍັງຢູແກຼນຈະເກີດຜົນຮ້າຍຕາມມາຢ່າງຮ້າຍແຮງ.

ລັດ​ເຊຍ​ ກ່າວ​ເຕືອນ​​ໄພ​ອັນ​ຕະ​ລາຍ ​ຖ້າ​ຫາກວ່າ NATO ຈັດ​ສົ່ງກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ໄປ​ຍັງ ຢູ​ແກຼນ - ảnh 1ທ່ານເລຂາການຂ່າວນາຍົກລັດຖະມົນຕີ ລັດເຊຍ Dmitry Peskov (ພາບ: TASS)

ວັນທີ 23 ມີນາ, ໂດຍຕອບສຳພາດຕໍ່ນັກຂ່າວ, ທ່ານເລຂາການຂ່າວ Dmitry Peskov ໄດ້ໃສ່ໃຈກ່ຽວກັບໄພອັດຕະລາຍຖ້າຫາກວ່າ NATO ຈັດສົ່ງກຳລັງຮັກສາສັນຕິພາບ ໄປຍັງ ຢູແກຼນ. ທ່ານກໍ່ໃຫ້ຮູ້ວ່າ, ບໍ່ມີແຜນການກ່ຽວກັບເລື່ອງບັນດາປະເທດຂຶ້ນກັບອົງການສົນທິສັນຍາການປ້ອງກັນຄວາມສະຫງົບລວມໝູ່ (CSTO) ອາດຈະເຂົ້າຮ່ວມໃນຖານະແມ່ນກຳລັງຮັກສາສັນຕິພາບຢູ່ ຢູແກຼນ.

ກ່ອນໜ້ານັ້ນ, ກ່າວຄຳເຫັນທີ່ການພົບປະກັບນັກສຶກສາຢູ່ສະຖາບັນການຕ່າງປະເທດ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergei Lavrov ຖະແຫຼງວ່າ ເລື່ອງຜັນຂະຫຍາຍກຳລັງຮັກສາສັນຕິພາບຂອງ NATO ຢູ່ຢູແກຼນ ຈະພາໄປເຖິງການປະທະກັນໂດຍກົງລະຫວ່າງກອງທັບ ລັດເຊຍ ແລະ ບັນດາກຳລັງຂອງ ພັນທະມິດ.

ໃນເຫດການທີ່ກ່ຽວຂ້ອງ, ວັນທີ 23 ມີນາ, ອົງການສື່ມວນຊົນຂອງ ທ່ານປະທານາທິບໍດີ ຢູແກຼນໃຫ້ຮູ້ວ່າ ປະເທດນີ້ໄດ້ສ້າງແລວມະນຸດສະທຳ 9 ສາຍ ເຊິ່ງອະນຸຍາດໃຫ້ສາມັນຊົນຍົກຍ້າຍອອກຈາກເຂດປະທະກັນ ແລະ ສະໜອງການຊ່ວຍເຫຼືອດ້ານມະນຸດສະທຳ.

ໃນຂະນະນັ້ນ, ວັນທີ 23 ມີນາ, ກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ ກະຊວງປ້ອງກັນປະເທດນີ້ກໍ່ໄດ້ຜັນຂະຫຍາຍແລວມະນຸດສະທຳໃນແຕ່ລະວັນ ແລະ ຍົກຍ້າຍສາມັນຊົນອອກຈາກເຂດຊຸມຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ