
ພາບປະກອບ: internet
|
(vovworld) - ວັນທີ 15/1, ລັດເຊຍ ໃຫ້ຮູ້ວ່າ ຈະບໍ່ມີຄຸນປະໂຫຍດ ຖ້າຫາກນຳໂທດກຳສົງຄາມທີ່ເກີດຂຶ້ນໃນການປະທະກັນຢູ່ ຊີຣີ ຂຶ້ນສານອາຍາສາກົນ (ICC) ຕາມຄຳ ສະເຫນີຂອງຫລາຍສີບປະເທດ ຊຶ່ງນຳຫນ້າແມ່ນສະວິດ. ຄຳຖະແຫລງດັ່ງກ່າວຂອງກະຊວງການຕ່າງປະເທດ ລັດເຊຍ ຊີ້ແຈ້ງວ່າ: ມົດສະກູ ຖືວ່າ ຄຳສະເຫນີດັ່ງກ່າວບໍ່ຖືກກັບຈຸດເວລາ ແລະ ບໍ່ມີຄຸນປະໂຫຍດ ດ້ວຍການແກ້ໄຂຈຸດປະສົງຕົ້ນຕໍ ແມ່ນຢຸດຕິສະພາບຈາລະຈົນໃນປະຈຸບັນຢູ່ ຊີຣີ ໂດຍທັນທີ. ລັດເຊຍ ຢືນຢັນອີກຄັ້ງຫນຶ່ງກ່ຽວກັບຫລັກໝັ້ນສະຫນັບສະຫນູນແຜນການມອບໂອນສິດອຳນາດຕາມເນື້ອໃນຈິດໃຈຂອງຂໍ້ຕົກລົງສາກົນທີ່ບັນດາຝ່າຍບັນລຸໄດ້ຢູ່ ເຊີແນວ ປະເທດ ສະວິດ ເມື່ອເດືອນ 6/2011. ຄຳຖະແຫລງດັ່ງກ່າວຂອງກະຊວງການຕ່າງປະເທດ ລັດເຊຍ ຖືກຍົກອອກມາ ພາຍຫລັງວັນທີ 14/1 ຜ່ານມາ, ສະວິດ ຍື່ນຫນັງສືສະເຫນີສະພາຄວາມໝັ້ນຄົງ ສປຊ ນຳໃຊ້ສິດອຳນາດຂອງຕົນເພື່ອຮັບປະກັນການອະພິປາຍກ່ຽວກັບບັນດາໂທດກຳທີ່ເກີດຂຶ້ນຢູ່ ຊີຣີ.