ລັດເຊຍ ຄັດຄ້ານເລື່ອງນຳບັນຫາ ຊີຣີ ຂຶ້ນສານອາຍາສາກົນ

ລັດເຊຍ ຄັດຄ້ານເລື່ອງນຳບັນຫາ ຊີຣີ ຂຶ້ນສານອາຍາສາກົນ - ảnh 1

(vovworld) - ວັນ​ທີ 15/1, ລັດ​ເຊຍ ​ໃຫ້​ຮູ້​ວ່າ ຈະ​ບໍ່​ມີຄຸນ​ປະ​ໂຫຍ​ດ ຖ້າ​ຫາກ​ນຳ​​ໂທດ​ກຳ​ສົງຄາມ​ທີ່​ເກີດ​ຂຶ້ນ​ໃນ​ການ​ປະ​ທະ​ກັນ​ຢູ່ ຊີຣີ ຂຶ້ນ​ສານ​ອາຍາ​ສາກົນ (ICC) ຕາມ​ຄຳ​      ສະ​ເຫ​ນີຂອງຫລາຍ​ສີ​ບປະ​ເທດ ຊຶ່ງ​ນຳ​ຫນ້າ​ແມ່ນ​ສະ​ວິດ. ຄຳ​ຖະ​ແຫລ​ງດັ່ງກ່າວ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ ຊີ້​ແຈ້ງວ່າ: ມົດ​ສະ​ກູ ຖື​ວ່າ ຄຳ​ສະ​ເຫ​ນີດັ່ງກ່າວ​ບໍ່​ຖືກ​ກັບ​ຈຸດ​ເວລາ ​ແລະ ບໍ່​ມີ​ຄຸນ​ປະ​ໂຫຍ​ດ ດ້ວຍ​ການ​ແກ້​ໄຂ​ຈຸດປະສົງ​ຕົ້ນຕໍ ​ແມ່ນ​ຢຸດຕິ​ສະພາບ​ຈາລະ​ຈົນ​ໃນ​ປະຈຸ​ບັນ​ຢູ່ ຊີຣີ ​ໂດຍທັນ​ທີ. ລັດ​ເຊຍ ຢືນຢັນອີກ​ຄັ້ງ​ຫນຶ່ງກ່ຽວ​ກັບ​ຫລັກ​ໝັ້ນ​ສະຫນັບສະຫນູນ​ແຜນການ​ມອບ​​ໂອນ​ສິດ​ອຳນາດ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ຂໍ້​ຕົກລົງ​ສາກົນ​ທີ່​ບັນດາ​ຝ່າຍ​ບັນລຸ​ໄດ້​ຢູ່ ​ເຊີ​ແນວ ປະ​ເທດ ສະ​ວິດ ​ເມື່ອ​ເດືອນ 6/2011. ຄຳ​ຖະ​ແຫລ​ງດັ່ງກ່າວ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ ຖືກຍົກ​ອອກ​ມາ ພາຍຫລັງ​ວັນ​ທີ 14/1 ຜ່ານ​ມາ, ສະ​ວິດ ຍື່ນ​ຫນັງສື​ສະ​​ເຫ​ນີສະພາ​ຄວາມ​ໝັ້ນຄົງ ສປຊ ນຳ​ໃຊ້​ສິດ​ອຳນາດ​ຂອງ​ຕົນ​ເພື່ອ​ຮັບປະກັນ​ການ​ອະພິປາຍ​ກ່ຽວ​ກັບ​ບັນດາ​ໂທດ​ກຳ​ທີ່ເກີດ​ຂຶ້ນ​ຢູ່ ຊີຣີ.

 

ຕອບກັບ

ຂ່າວ/ບົດ​ອື່ນ