ລັດເຊຍ ຈັດການຊ້ອມຮົບ ປ້ອງກັນກອງປະຊຸມຂັ້ນສູງ APEC

ລັດເຊຍ ຈັດການຊ້ອມຮົບ ປ້ອງກັນກອງປະຊຸມຂັ້ນສູງ APEC - ảnh 1
(ພາບ:news.chodientu.vn)

( vovworld ) –  ວັນທີ 4/6, ລັດ​ເຊຍ ​ໄດ້​ເລີ່​ມຕົ້ນການຊ້ອມ​ຮົ​ບຂະໜາດ​ໃຫ່ຍ ຢູ່​ເຂດ Primorye  ຊື່​ງ​ແມ່ນ​ພາກສ່ວນ​ໜື່ງ​ໃນ​ວຽກ​ງານ​ກະກຽມ​​ປ້ອງ​ກັນ​ຄວາມ​ສະຫງົບ ຮັບ​ໃຊ້​ໃຫ້​ແກ່​ກອງ​ປະຊຸມ​ຂັ້ນສູງ ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ-​ປາຊີ​ຟິກ (APEC) ຊຶ່ງ​ຈະຈັດ​ຂຶ້ນ​ຢູ່​ນະຄອນ Vladivostok ​ໃນ​ເດືອນ​ກັນຍາ​ທີ່​ຈະ​ມາ​ເຖິງ. ທຸກໆ​ພາຫະ​ນະ ​ແລະ ກຳລັງ​ຂອງ​ອົງການ​ກຳລັງ​ແຮງ ກໍ​ຄືບັນດາ​ຄະນະ ຂະ​ແໜງ​ການ​ໃນ​ເຂດ Primorye ​ໄດ້​ຮັບ​ການ​ປຸກລະດົມ​ເຂົ້າຮ່ວມ​ການ​ຊ້ອມ​ຮົບ ​ເພື່ອ​ແນ​ໃສ່​ສະກັດ​ກັ້ນບັນດາ​ການ​ກະທຳ​ກໍ່​ການ​ຮ້າຍ​ທີ່​ໄດ້​ກໍ່​ຜົນ​ສະທ້ອນ​ເຖິງ​ກອງ​ປະຊຸມ​ຂັ້ນສູງ APEC ຊື່​ງ​ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ປະ​ເທດ​ລັດ​ເຊຍ ​ເປັນຄັ້ງທຳ​ອິດ. ຕາມ​​ແຫຼ່ງຂ່າວ​ຈາກ​ອົງການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ລັດ​ເຊຍ ​ແລ້ວ, ສະຖານ​ທີ່​ຈຳນວນ​ໜື່ງຢູ່​ເຂດ Primorye ສາມາດ​ນຳ​ໃຊ້ບັນດາ​ມາດ​ຕະການ​ຈຳກັດ​ຍານພາຫະນະສັນຈອນ​ໄປມາ ​ແລະ ກວດ​ບັດປະຈຳຕົວ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ຊາວ​ທ້ອງ​ຖິ່ນ​ຕ້ອງ​ຍົກ​ສູງ​ສະຕິ​ລະວັງຕົວ ​ແລະ ຊ່ວຍ​ເຫຼືອ​ບັນດາ​ອົງການ​ປົກ​ປ້ອງ​ກົດໝາຍ​ໃນ​ໄລຍະ​ດຳ​ເນີນ​ກອງ​ປະຊຸມ

 

 

ຂ່າວ/ບົດ​ອື່ນ