ລັດເຊຍ, ຈີນ ສືບຕໍ່ໃຊ້ ສິດຢັບຢັ້ງຮ່າງມະຕິ ສະບັບໜຶ່ງຂອງສະພາ ຄວາມໝັ້ນຄົງ ສປຊ ກ່ຽວກັບຊີຣີ


ລັດເຊຍ, ຈີນ ສືບຕໍ່ໃຊ້ ສິດຢັບຢັ້ງຮ່າງມະຕິ ສະບັບໜຶ່ງຂອງສະພາ ຄວາມໝັ້ນຄົງ ສປຊ ກ່ຽວກັບຊີຣີ - ảnh 1

ເອກ​ອັກຄະ​ລັດຖະທູດ​ລັດ​ເຊຍ Vitaly Churkin  ປະຈຳ ສປຊ ທີ່ກອງປະຊຸມ

(ພາບ: baomoi.com)

 (vovworld)- ​ ວັນ​ທີ 22/5, ລັດ​ເຊຍ, ຈີນ ​ໄດ້ໃຊ້​ສິດ​ຢັບຢັ້ງຮ່າງ​ມະຕິ​ສະບັບ​ໜຶ່ງ​ຂອງ​ສະ​ພາ​ຄວາມໝັ້ນຄົງ ສປຊ ກ່ຽວ​ຂ້ອງ​ເຖິງ​ເລື່ອງ​ນຳ​ຝ່າຍ​ຕ່າງໆ​ຢູ່​ຊີຣີ ຂຶ້ນ​ສານ​ອາຍາ (ICC) ຍ້ອນ​ມີ​ໂທດ​ກຳ​ສົງຄາມ. ຕາມ​ທ່ານ Oh Joon ​ເອກ​ອັກຄະ​ລັດຖະທູດ ສ.​ເກົາຫຼີ, ປະທານ​ໝູນວຽນ ສະ​ພາ​ຄວາມໝັ້ນຄົງ ສປຊ, ຮ່າງ​ມະຕິ​ສະບັບນີ້​ບໍ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຍ້ອນ​ມີ​ການ​ຄັດຄ້ານ​ຂອງ​ລັດ​ເຊຍ ​ແລະ ຈີນ ຊື່​ງ​ແມ່ນ​ສອງ​ປະ​ເທດ​ກຳມະການ​ບໍ່​ປະຈຳການ​ຂອງ​ສະພາ. ​ໃນ​ຂະນະ​ທີ່ 13 ປະ​ເທດ​ກຳມະການ​ຍັງ​ເຫຼືອ​ໄດ້​ປ່ອນ​ບັດ​ສະໜັບສະໜູນ​ເອກະສານ​ສະບັບ​ນີ້. ຮ່າງ​ມະຕິ​ໂດຍ​ຝ່າຍ​ຕາ​ເວັນ​ຕົກສະ​ເໜີ ​ເນັ້ນໜັກ​ເຖິງ​ມາດ​ຕະການ​ໃຫ້​ແກ່​ສະພາບ​​ໂທດ​ກຳ​ປິນຂັ້ນ​ໄດ.

  ນີ້​ແມ່ນ​ຄັ້ງທີ 6 ທີ່​ລັດ​ເຊຍ ​ແລະ ຈີນ ​ໄດ້​ປ່ອນ​ບັດ​ຂາວສຳລັບ​ບັນດາ​ມະຕິ​ໂດຍ​ຝ່າຍ​ຕາ​ເວັນ​ຕົກສະ​ເໜີ ກ່ຽວຂ້ອງ​ເຖິງ​ວິ​ກິດ​ການ​ຢູ່​ຊີຣີ./.

ຂ່າວ/ບົດ​ອື່ນ