ລັດເຊຍ ຊົມເຊີຍ ອາເມລິກາ ເຂົ້າຮ່ວມການແກ້ໄຂການປະທະກັນຢູ່ທາງທິດຕາເວັນອອກຢູແກຼນ

(VOVWORLD) -ທ່ານ Sergei Lavrov ໄດ້ຢ້ຳຄືນວ່າ ຢູແກຼນ ພວມ “ທຳລາຍ” ການປະຕິບັດບັນດາຂໍ້ຕົກລົງ ເພື່ອແນໃສ່ຢຸດຕິການປະທະກັນລະຫວ່າງກອງທັບລັດຖະບານ ຢູແກຼນ ແລະ ກຳລັງລຸກຮື້ຂຶ້ນຢູ່ພາກຕາເວັນອອກຂອງປະເທດນີ້.
ລັດເຊຍ ຊົມເຊີຍ ອາເມລິກາ ເຂົ້າຮ່ວມການແກ້ໄຂການປະທະກັນຢູ່ທາງທິດຕາເວັນອອກຢູແກຼນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov
(ພາບ: AFP/TTXVN)

ວັນທີ 18 ມັງກອນ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ຖະແຫຼງວ່າ ມົດສະກູ ຊົມເຊີຍເລື່ອງ ອາເມລິກາ ເຂົ້າຮ່ວມຄວາມມານະພະຍາຍາມທາງການທູດ ເພື່ອແນໃສ່ຢຸດຕິການປະທະກັນຢູ່ພາກຕາເວັນອອກ ຢູແກຼນ. ຕອບສຳພາດຕໍ່ວົງການນັກຂ່າວພາຍຫຼັງການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ເຢຍລະມັນ Annalena Baerbock ຢູ່ນະຄອນຫຼວງ ມົດສະກູ, ທ່ານ Sergei Lavrov ໄດ້ຢ້ຳຄືນວ່າ ຢູແກຼນ ພວມ “ທຳລາຍ” ການປະຕິບັດບັນດາຂໍ້ຕົກລົງ ເພື່ອແນໃສ່ຢຸດຕິການປະທະກັນລະຫວ່າງກອງທັບລັດຖະບານ ຢູແກຼນ ແລະ ກຳລັງລຸກຮື້ຂຶ້ນຢູ່ພາກຕາເວັນອອກຂອງປະເທດນີ້. ທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov ພວມລໍຖ້າຄຳຕອບຈາກ ວໍຊິງຕັນ ກ່ຽວຂ້ອງເຖິງຄວາມຮຽກຮ້ອງດ້ານຄວາມໝັ້ນຄົງເຊິ່ງ ລັດເຊຍ ສະເໜີຕໍ່ຝ່າຍຕາເວັນຕົກ ກ່ອນທີ່ສືບຕໍ່ດຳເນີນການເຈລະຈາກ່ຽວກັບ ຢູແກຼນ.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ ເຢຍລະມັນ Annalena Baerbock ຢືນຢັນວ່າ, ເຢຍລະມັນ ພ້ອມແລ້ວທີ່ຈະດຳເນີນການເຈລະຈາຢ່າງຈິງຈັງກັບ ລັດເຊຍ ກ່ຽວກັບການກ້າວເດີນຮ່ວມກັນ ເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງຢູ່ ເອີລົບ. ເຢຍລະມັນ ແລະ ລັດເຊຍ ຈະເຮັດທຸກຢ່າງເພື່ອສາມາດຟື້ນຟູກອງປະຊຸມຕາມຮູບແບບ Normandy ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ