ລັດ​ເຊຍ ຍັງ​ບໍ່​ທັນ​ຫັນ​ບ່ອນ​ອີງເພື່ອ​ຕໍ່​ກຳ​ນົດ​ເວ​ລາ​ຂໍ້​ຕົກ​ລົງ​ທັນ​ຍາພືດ ທະ​ເລ​ດຳ

(VOVWORLD) - ສປຊ ພວມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຮັບປະກັນຂໍ້ລິເລີ່ມທັນຍາພຶດ ທະເລດຳ, ກໍ່ຄືບົດບັນທຶນຊ່ວຍຈຳ ເພື່ອແນໃສ່ສ້າງເງື່ອນໄຂສຳຜັດກັບປຸຍຂອງ ລັດເຊຍ.
ລັດ​ເຊຍ ຍັງ​ບໍ່​ທັນ​ຫັນ​ບ່ອນ​ອີງເພື່ອ​ຕໍ່​ກຳ​ນົດ​ເວ​ລາ​ຂໍ້​ຕົກ​ລົງ​ທັນ​ຍາພືດ ທະ​ເລ​ດຳ - ảnh 1ກຳປັນຂົນສົ່ງສິນຄ້າຕາມຂໍ້ຕົກລົງທັນຍາພືດ ທະເລດຳ (ພາບ: Reuters)

ປັດຈຸບັນ ບໍ່ມີບ່ອນອີ່ງເພື່ອຕໍ່ກຳນົດເວລາຂໍ້ຕົກລົງສົ່ງອອກທັນຍາພືດ ທະເລດຳ. ຕາມຖະແຫຼງການທີ່ໄດ້ອອກໃນວັນທີ 5 ກໍລະກົດ ຂອງທ່ານ Dmitry Peskov ໂຄສົກວັງ Kremlin ແລ້ວ, ມາຮອດປັດຈຸບັນ ບັນດາຂໍ້ທີ່ໄດ້ລະບຸໃນຂໍ້ຕົກລົງ ທີ່ເຕື້ອງເຖິງບັນດາຄຳໝັ້ນສັນຍາຕໍ່ການສົ່ງອອກຂອງ ລັດເຊຍ ບໍ່ໄດ້ຮັບການປະຕິບັດ. ດັ່ງນັ້ນ, ປັດຈຸບັນ ບໍ່ມີພື້ນຖານເພື່ອຕໍ່ກຳນົດເວລາຂໍ້ຕົກລົງສະບັບນີ້. ເຈົ້າໜ້າທີ່ຜູ້ນີ້ ໃຫ້ຮູ້ວ່າ ລັດເຊຍ ບໍ່ມີການລາຍງານຢ່າງເປັນທາງການກ່ຽວກັບການຕັດສິນໃຈຕໍ່ຂໍ້ຕົກລົງສະບັບນີ້ ແລະ ຈະຍົກອອກມາໃນຈຸດເວລາທີ່ເໝາະສົມ. ປັດຈຸບັນຍັງມີເວລາເພື່ອປະຕິບັດບັນດາຂໍ້ທີ່ໄດ້ລະບຸໃນຂໍ້ຕົກລົງ ກ່ຽວກັບການສົ່ງອອກຂອງລັດເຊຍ.

ແລະກໍ່ໃນວັນດຽວກັນ, ທ່ານນາງ Rebeca Grynspan ເລຂານຸການໃຫຍ່ ກອງປະຊຸມ ສປຊ ກ່ຽວກັບການຄ້າ ແລະ ພັດທະນາ (UNCTAD)  ໃຫ້ຮູ້ວ່າ: ສປຊ ພວມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຮັບປະກັນຂໍ້ລິເລີ່ມທັນຍາພຶດ ທະເລດຳ, ກໍ່ຄືບົດບັນທຶນຊ່ວຍຈຳ ເພື່ອແນໃສ່ສ້າງເງື່ອນໄຂສຳຜັດກັບປຸຍຂອງ ລັດເຊຍ ແລະ ບັນດາຜະລິດຕະພັນຕ່າງໆສົ່ງອອກໄປຕະຫຼາດທົ່ວໂລກ ໄດ້ຮັບການຕໍ່ກຳນົດເວລາ.

ຕອບກັບ

ຂ່າວ/ບົດ​ອື່ນ