ລັດເຊຍ - ຍີ່ປຸ່ນ ກະກຽມທາບທາມຄວາມເຫັນດ້ານເສດຖະກິດ ກ່ຽວກັບໝູ່ເກາະ Kuril ໃຕ້

(VOVWORLD) - ກະຊວງການຕ່າງປະເທດຂອງລັດເຊຍ ໄດ້ປະກາດວ່າ ປະເທດນີ້ ແລະ ຍີ່ປຸ່ນ ຈະດຳເນີນວາລະທາບທາມຄວາມເຫັນກ່ຽວກັບການເຄື່ອນໄຫວເສດຖະກິດລວມຢູ່ໝູ່ເກາະທີ່ພວມຂັດແຍ້ງກັນ Kuril ໃຕ້ ໃນວັນທີ 17 ສິງຫາ ຈະມາເຖິງຢູ່ ມົດສະກູ. 
 

ລັດເຊຍ - ຍີ່ປຸ່ນ ກະກຽມທາບທາມຄວາມເຫັນດ້ານເສດຖະກິດ ກ່ຽວກັບໝູ່ເກາະ Kuril ໃຕ້ - ảnh 1 ສ່ວນໜຶ່ງຂອງເກາະ Kuril ໃຕ້ 

(ພາບ: AFP/TTXVN)

ແຈ້ງການໂດຍຝ່າຍລັດເຊຍ ຍົກອອກມາພາຍຫຼັງການພົບປະລະຫວ່າງລັດຖະມົນຕີການຕ່າງປະເທດ 2 ປະເທດຢູ່ນອກບັນດາເຫດການກ່ຽວຂ້ອງເຖິງສະມາຄົມປະຊາຊາດ ອາຊີ ຕາເວັນອອກສ່ຽງໃຕ້ (ອາຊຽນ) ຖືກດຳເນີນໄປຢູ່ນະຄອນຫຼວງ ມານີລາ, ປະເທດ ຟີລິບປິນ. 2 ຝ່າຍໄດ້ເຫັນດີດຳເນີນການທາບທາມຄວາມເຫັນຄັ້ງຕໍ່ໄປກ່ຽວກັບບັນດາບັນຫາສ້າງຕັ້ງການເຄື່ອນໄຫວເສດຖະກິດລວມຢູ່ໝູ່ເກາະ Kuril ໃຕ້, ກໍ່ຄືສືບຕໍ່ການໂອ້ລົມສົນທະນາ ລັດເຊຍ - ຍີ່ປຸ່ນ ຂັ້ນຮອງລັດຖະມົນຕີການຕ່າງປະເທດ ກ່ຽວກັບສະຖຽນລະພາບດ້ານຍຸດທະສາດເຊິ່ງຈະຈັດຕັ້ງໃນວັນທີ 18 ສິງຫາ ຢູ່ ມົດສະກູ. ທີ່ການພົບປະຢູ່ ມານີລາ, ລັດຖະມົນຕີການຕ່າງປະເທດ 2 ປະເທດ ກໍ່ຈະແລກປ່ຽນຄຳເຫັນກ່ຽວກັບບັນດາບັນຫາພັດທະນາການພົວພັນ 2 ຝ່າຍ, ກໍ່ຄືບັນດາບັນຫາສະຖານະການຈຸດສຸມແມ່ນຮັບປະກັນຄວາມໝັ້ນຄົງຢູ່ ອາຊີຕາເວັນອອກສ່ຽງເໜືອ.

ຕອບກັບ

ຂ່າວ/ບົດ​ອື່ນ