ລັດເຊຍ, ຕວກກີ ເຫັນດີກ່ຽວກັບຄຳສັ່ງຢຸດຍິງຢູ່ແຂວງ Idlib ຂອງຊີຣີ

(VOVWORLD) -ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ຄູ່ຮ່ວມຕຳແໜ່ງຕວກກີ  ທ່ານ Recep Tayyip Erdogan ໄດ້ເຫັນດີເປັນເອກະພາບກ່ຽວກັບເອກະສານຮ່ວມ ເພື່ອແນໃສ່ແກ້ໄຂການປະທະກັນຢູ່ຊີຣີ.

ລັດເຊຍ, ຕວກກີ ເຫັນດີກ່ຽວກັບຄຳສັ່ງຢຸດຍິງຢູ່ແຂວງ Idlib ຂອງຊີຣີ - ảnh 1ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ຄູ່ຮ່ວມຕຳແໜ່ງຕວກກີ  ທ່ານ Recep Tayyip Erdogan

(ພາບ: AFP/TTXVN)

ວັນທີ 05 ມີນາ, ພາຍຫຼັງດຳເນີນການເຈລະຈາgເປັນເວລາ 6 ຊົ່ວໂມງຢູ່ວັງ Kremlin, ນະຄອນຫຼວງມົດສະກູ, ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ຄູ່ຮ່ວມຕຳແໜ່ງຕວກກີ  ທ່ານ Recep Tayyip Erdogan ໄດ້ເຫັນດີເປັນເອກະພາບກ່ຽວກັບເອກະສານຮ່ວມ ເພື່ອແນໃສ່ແກ້ໄຂການປະທະກັນຢູ່ຊີຣີ. ຕາມນັ້ນແລ້ວ, ຄຳສັ່ງຢຸດຍິງຢູ່ແຂວງ Idlib ທາງທິດຕາເວັນຕົກສ່ຽງເໜືອຊີຣີ ຈະໄດ້ປະຕິບັດນັບແຕ່ເວລາ 00 ໂມງ 01 ນາທີ ຂອງວັນທີ 06 ມີນາ 2020. ທ່ານປະທານາທິບໍດີ V.Putin ໃຫ້ຮູ້ວ່າ, ບັນດາການເຈລະຈາທີ່ດຳເນີນໄປແມ່ນ “ບໍ່ງ່າຍດາຍ” ແຕ່ໄດ້ສິ້ນສຸດລົງດ້ວຍຄວາມຕັ້ງໜ້າ.

          ລະອຽດແມ່ນ, ເອກະສານທີ່ຫາກໍ່ບັນລຸໄດ້ນັ້ນລວມມີ 3 ເນື້ອໃນຕົ້ນຕໍຄື: ທີ່ໜຶ່ງແມ່ນຢຸດຕິທຸກການປະທະກັນຢູ່ລຽບຕາມເສັ້ນຂີດຂັ້ນແດນໃນປະຈຸບັນ ເລີ່ມແຕ່ຮຸ່ງເຊົ້າວັນທີ 06 ມີນາ; ທີ 2 ແມ່ນ, ລັດເຊຍ ແລະ ຕວກກີ ຈະສ້າງເຂດປອດໄພທີ່ມີລວງຍາວ 6 ກມ ໄປທາງທິດເໜືອ ແລະ ທິດໃຕ້ຂອງເສັ້ນທາງຄວາມໄວສູງ M-4 ຢູ່ຊີຣີ; ທີ 3 ແມ່ນ, ລັດເຊຍ ແລະ ຕວກກີ ຈະເລີ່ມດຳເນີນການລາດຕະເວນຮ່ວມກັນຢູ່ລຽບຕາມເສັ້ນທາງຄວາມໄວສູງ M-4 ນັບແຕ່ວັນທີ 15 ມີນາ.

          ສ່ວນທ່ານປະທານາທິບໍດີ Tayyip Erdogan ເນັ້ນໜັກວ່າ, “ບັນດາບາດກ້າວຕໍ່ໆໄປ” ບັນດາຝ່າຍຈະເປັນເອກະພາບນຳກັນ ພາຍຫຼັງທີ່ຄຳສັ່ງຢຸດຍິງໄດ້ຮັບການປະຕິບັດ.

ຕອບກັບ

ຂ່າວ/ບົດ​ອື່ນ