ລັດເຊຍ ຕຳນິຕິຕຽນນະໂຍບາຍໃໝ່ຂອງ ອາເມລິກາ ຕ້ານ ກູບາ

(VOVWORLD) - ກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ: ປະເທດນີ້ຮູ້ສຶກເສຍດາຍຕໍ່ການຕ່າວປີ້ນນະໂຍບາຍຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ສຳລັບ ກູບາ
ລັດເຊຍ ຕຳນິຕິຕຽນນະໂຍບາຍໃໝ່ຂອງ ອາເມລິກາ ຕ້ານ ກູບາ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump  (ພາບ: AFP)

ວັນທີ 18 ມິຖຸນາ ໃນຖະແຫຼງການໜຶ່ງ ກະຊວງການຕ່າງປະເທດ ລັດເຊຍ ໃຫ້ຂໍ້ສັງເກດວ່າ ນະໂຍບາຍໃໝ່ສຳລັບ ກູບາ ຂອງອຳນາດການປົກຄອງປະທານາທິບໍດີ Donald Trump ຄ້າຍຄື ກັບຖ້ອຍທຳນອງຕາມແບບສົງຄາມເຢັນ. ຖະແຫຼງການກໍ່ຖືວ່າ ເລື່ອງຜ່ອນຜັນບັນດາມາດຖະການລົງໂທດພາຍໃຕ້ອຳນາດການປົກຄອງຂອງອະດີດປະທານາທິບໍດີ ອາເມລິກາ Barack Obama ແມ່ນລັດຖະນະໂຍບາຍຖືກຕ້ອງ, ພ້ອມທັງເນັ້ນໜັກເຖິງນ້ຳໃຈສາມັກຄີຂອງລັດເຊຍ ສຳລັບ ກູບາ.

        ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຕັດສິນໃຈປ່ຽນແປງບັນດານະໂຍບາຍສຳລັບ ກູບາ ຈາກສະໄໝອຳນາດການປົກຄອງ, ຕາມນັ້ນແລ້ວ ໄດ້ຮັດແໜ້ນບັນດາຂໍ້ກຳນົດກ່ຽວກັບການສັນຈອນ, ຫ້າມພົນລະເມືອງ ອາເມລິກາ ທຳມາຫາກິນກັບ ບໍ່ວ່າລັດວິສາຫະກິດແຫ່ງໃດໆ ທີ່ມີການພົວພັນກັບກອງທັບ ແລະ ກຳລັງປ້ອງກັນຄວາມສະຫງົບ ກູບາ ຢ່າງເດັດຂາດ, ຢຸດຕິທຸກການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ແລະ ພຽງແຕ່ອະນຸຍາດໃຫ້ດຳເນີນບັນດາການໄປຢ້ຽມຢາມຍາດຕິພີ່ນ້ອງເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ