ລັດເຊຍ ຖະແຫຼງຍັງບໍ່ທັນມີບາດກ້າວບຸກທະລຸໃນການເຈລະຈາສັນຕິພາບກັບ ຢູແກຼນ

(VOVWORLD) -ມາຮອດປະຈຸບັນ, ບັນດາການເຈລະຈາບໍ່ທັນມີບາດກ້າວຄືບໜ້າໃດທີ່ຈະໜ້າຮັບຮອງເອົາ.
ລັດເຊຍ ຖະແຫຼງຍັງບໍ່ທັນມີບາດກ້າວບຸກທະລຸໃນການເຈລະຈາສັນຕິພາບກັບ ຢູແກຼນ - ảnh 1ຊາວ ຢູແກຼນ ໄປອົບພະຍົບຢູ່ ໂປໂບຍ
(ພາບ: PAP/ TTXVN)

ວັນທີ 21 ມີນາ, ໂຄສົກວັງ Kremlin ທ່ານ Dmitry Peskov ໃຫ້ຮູ້ວ່າ ການພົບປະໂດຍກົງລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງຝ່າຍ ຢູແກຼນ Volodymyr Zelensky ຍັງບໍ່ທັນວາແຜນຢູ່, ໃນຂະນະທີ່ຍັງບໍ່ທັນມີບາດກ້າວບຸກທະລຸໃນການເຈລະຈາສັນຕິພາບ. ທ່ານ Dmitry Peskov ຢືນຢັນວ່າ ມາຮອດປະຈຸບັນ, ບັນດາການເຈລະຈາບໍ່ທັນມີບາດກ້າວຄືບໜ້າໃດທີ່ຈະໜ້າຮັບຮອງເອົາ. ຕາມທ່ານແລ້ວ, ພຽງແຕ່ສາມາດປຶກສາຫາລືກ່ຽວກັບການພົບປະລະຫວ່າງປະທານາທິບໍດີ 2 ທ່ານທີ່ໄດ້ເຫັນດີຕໍ່ບັນດາໝາກຜົນຂອງການເຈລະຈາ. ປະຈຸບັນທັງ ລັດເຊຍ ແລະ ຢູແກຼນ ພວມດຳເນີນບັນດາການເຈລະຈາເພື່ອແນໃສ່ກ້າວໄປເຖິງການຢຸດຕິການປະທະກັນ.

ຕອບກັບ

ຂ່າວ/ບົດ​ອື່ນ