ລັດເຊຍ ບໍ່ມີຄວາມປະເອີບໃຈຕໍ່ແງ່ຫວັງການຕໍ່ກຳນົດເວລາຂໍ້ລິເລີ່ມວ່າດ້ວຍທັນຍາຫານທະເລດຳ

(VOVWORLD) - ກະຊວງຟື້ນຟູ ຢູແກຼນ ຖືວ່າ ຂໍ້ລິເລີ່ມວ່າດ້ວຍທັນຍາຫານທະເລດຳ ມີຄວາມສ່ຽງຕົກເຂົ້າສູ່ສະພາບຢຸດສະຫງັກ ພາຍຫຼັງທີ່ເກີດການກວດກາກ່ຳປັ່ນໃນວັນທີ 13 ເມສາ.
ລັດເຊຍ ບໍ່ມີຄວາມປະເອີບໃຈຕໍ່ແງ່ຫວັງການຕໍ່ກຳນົດເວລາຂໍ້ລິເລີ່ມວ່າດ້ວຍທັນຍາຫານທະເລດຳ - ảnh 1(ພາບປະກອບ: AFP/TTXVN)

        ວັນທີ 17 ເມສາ, ໂຄສົກວັງ Kremlin ທ່ານ Dmitry Peskov ໃຫ້ຮູ້ວ່າ ປະຈຸບັນ, ແງ່ຫວັງຕໍ່ການກຳນົດເວລາຂໍ້ລິເລີ່ມວ່າດ້ວຍທັນຍາຫານທະເລດຳ ບໍ່ມີຄວາມປະເອີບໃຈຫຼາຍປານໃດ, ເມື່ອ ລັດເຊຍ ຖືວ່າ ຂໍ້ຕົກລົງດັ່ງກ່າວຍັງບໍ່ທັນໄດ້ປະຕິບັດຢ່າງຮອບດ້ານ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Dmitry Peskov ໃຫ້ຂໍ້ສັງເກດວ່າ ແງ່ຫວັງການຕໍ່ກຳນົດເວລາດັ່ງກ່າວ ຍັງບໍ່ທັນມີຄວາມເປັນໄປໄດ້ປານໃດໃນການປະຕິບັດ, ຍ້ອນຂໍ້ຕິດຂັດທີ່ກ່ຽວຂ້ອງເຖິງລັກສະນະຮອບດ້ານຂອງຂໍ້ຕົກລົງຍັງບໍ່ທັນໄດ້ຮັບການແກ້ໄຂ. ແລະກໍ່ໃນວັນດຽວກັນ, ກະຊວງຟື້ນຟູ ຢູແກຼນ ຖືວ່າ ຂໍ້ລິເລີ່ມວ່າດ້ວຍທັນຍາຫານທະເລດຳ ມີຄວາມສ່ຽງຕົກເຂົ້າສູ່ສະພາບຢຸດສະຫງັກ ພາຍຫຼັງທີ່ເກີດການກວດກາກ່ຳປັ່ນໃນວັນທີ 13 ເມສາ.

        ຂໍ້ລິເລີ່ມວ່າດ້ວຍທັນຍາຫານທະເລດຳ ໄດ້ຮັບການລົງນາມລະຫວ່າງ ລັດເຊຍ ແລະ ຢູແກຼນ ເມື່ອເດືອນ ກໍລະກົດ 2022, ພາຍໃຕ້ຄົນກາງໄກ່ເກ່ຍແມ່ນສະຫະປະຊາຊາດ ແລະ ຕວັກກີ ແລະ ໄດ້ຕໍ່ກຳນົດເວລາຕື່ມອີກ 120 ວັນ ໃນເດືອນ ພະຈິກ 2022. ວັນທີ 18 ມີນາ, ມົດສະກູ ຖະແຫຼງພຽງແຕ່ຕໍ່ກຳນົດເວລາຕື່ມອີກ 60 ວັນ, ພ້ອມທັງຈະຢຸດຕິການເຂົ້າຮ່ວມຂໍ້ລິເລີ່ມວ່າດ້ວຍທັນຍາຫານທະເລດຳ ຖ້າຫາກບົດບັນທຶກຊ່ວຍຈຳລະຫວ່າງ ລັດເຊຍ ແລະ ສະຫະປະຊາຊາດ ບໍ່ບັນລຸຄວາມຄືບໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ