ລັດ​ເຊຍ, ຝ​ລັ່ງ ຮຽກ​ຮ້ອງ​ໃຫ້ ອົງ​ການ​​ພະ​ລັງ​ງານປະ​ລະ​ມາ​ນູ​ສາ​ກົນ ກວດ​ກາ​ໂຮງ​ງານ​ໄຟ​ຟ້າ​ນິວ​ເຄຼຍ Zaporizhzhia

(VOVWORLD) -     ວັນທີ 19 ສິງຫາ, ວັງ Kremlin  ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin  ແລະ ຄູ່ຕຳແໜ່ງ ຝລັ່ງ Emmanuel Macron  ຮຽກຮ້ອງໃຫ້ຈັດຕັ້ງການກວດກາຢ່າງເປັນເອກະລາດ ຢູ່ໂຮງງານໄຟຟ້ານິວເຄຼຍ Zaporizhzhia ທາງທິດຕາເວັນອອກພາກໃຕ້ ຢູແກຼນ.
ລັດ​ເຊຍ, ຝ​ລັ່ງ ຮຽກ​ຮ້ອງ​ໃຫ້ ອົງ​ການ​​ພະ​ລັງ​ງານປະ​ລະ​ມາ​ນູ​ສາ​ກົນ ກວດ​ກາ​ໂຮງ​ງານ​ໄຟ​ຟ້າ​ນິວ​ເຄຼຍ Zaporizhzhia - ảnh 1ໂຮງງານໄຟຟ້າ ນິວເຄຼຍ Zaporizhzhia (ພາບ: TTXVN)

ໃນວັນດຽວກັນ, ໃນອີກແຈ້ງການສະບັບໜຶ່ງ, ທຳນຽບປະທານາທິບໍດີ ຝລັ່ງ ໃຫ້ຮູ້ວ່າ ທ່ານປະທານາທິບໍດີ Emmanuel Macron   “ສະໜັບສະໜູນການຈັດສົ່ງຄະນະຜູ້ແທນລວມມີ ບັນດານັກຊ່ຽວຊານຂອງອົງການພະລັງງານປະລະມານູສາກົນ (IAEA) ໄປ ໂຮງງານໄຟຟ້ານິວເຄຼຍ Zaporizhzhia, ໂດຍໄດ້ຮັບຄວາມເຫັນດີຂອງ ຢູແກູນ ແລະ ສປຊ”. ຕາມແຈ້ງການສະບັບນີ້, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron   ຈະສືບຕໍ່ແລກປ່ຽນກັບຄູ່ຕຳແໜ່ງລັດເຊຍ “ໃນຊຸມວັນຈະມາເຖິງກ່ຽວກັບບັນຫາທີ່ກ່ຽວຂ້ອງເຖິງ ໂຮງງານໄຟຟ້ານິວເຄຼຍ Zaporizhzhia, ພາຍຫຼັງທີ່ບັນດາຝ່າຍປຶກສາຫາລືບັນດາບັນຫາດ້ານເຕັກນິກ ແລະ ກ່ອນທີ່ຈະຜັນຂະຫຍາຍຄະນະຜູ້ແທນຢ່າງເປັນທາງການ”.

Zaporizhzhia ແມ່ນ ໂຮງງານໄຟຟ້ານິວເຄຼຍໃຫຍ່ທີ່ສຸດຢູ່ ເອີຣົບ. ໂຮງງານນີ້ ຢູ່ພາຍໃຕ້ການຄວບຄຸມຂອງ ລັດເຊຍ ແຕ່ເດືອນ ມີນາ ຜ່ານມາ. ໃນຊຸມວັນມໍ່ໆມານີ້, ຢູ່ເຂດນີ້ ເກີດການບຸກໂຈມຕີທາງການທະຫານຫຼາຍຄັ້ງ. ປັດຈຸບັນ, ລັດເຊຍ ແລະ ຢູແກຼນ ພວມກ່າວຫາເຊິ່ງກັນແລະກັນວ່າ ໄດ້ບຸກໂຈມຕີໂຮງງານນີ້.

ຕອບກັບ

ຂ່າວ/ບົດ​ອື່ນ