ລັດເຊຍ ພວມຊັ່ງຊາບັນດາມາດຕະການຕອບໂຕ້ ອາເມລິກາ ທີ່ກ່ຽວຂ້ອງເຖິງບັນດາຮາກຖານການທູດ

(VOVWORLD) - ວັນທີ 11 ຕຸລາ, ທ່ານ Georgiy Borisenko ຫົວໜ້າກົມອາເມລິກາເໜືອສັງກັດກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ: ມົດສະກູ ພວມຊັ່ງຊາບັນດາມາດຕະການ ເພື່ອຮັບມືກັບສະພາບການທີ່ກ່ຽວຂ້ອງເຖິງບັນດາຮາກຖານການທູດຂອງ ລັດເຊຍ ຢູ່ ອາເມລິກາ.
 ລັດເຊຍ ພວມຊັ່ງຊາບັນດາມາດຕະການຕອບໂຕ້ ອາເມລິກາ ທີ່ກ່ຽວຂ້ອງເຖິງບັນດາຮາກຖານການທູດ - ảnh 1ສະຖານທູດ ລັດເຊຍ ປະຈຳ ອາເມລິກາ ພາບປະກອບ/AFP/TTXVN

ໃນນັ້ນ ບໍ່ເວັ້ນເສຍແຕ່ ມົດສະກູ ຈະຮຽກຮ້ອງຄວາມສະເໝີພາບກ່ຽວກັບຈຳນວນພາລະກອນການທູດຂອງ 2 ປະເທດ, ທີ່ມີຄວາມໝາຍກັບເລື່ອງຫລຸດຜ່ອນຈຳນວນພາລະກອນການທູດ ອາເມລິກາ ປະຈຳ ລັດເຊຍ ລົງເຫລືອພຽງ 300 ຄົນ ຫຼື ໜ້ອຍກ່ວາອີກ. ເມື່ອເຕື້ອງເຖິງຄວາມສາມາດປິດປະຕູໜຶ່ງໃນບັນດາສະຖານກົງສູນ ອາເມລິກາ ປະຈຳ ລັດເຊຍ, ທ່ານ Borisenko ໃຫ້ຮູ້ວ່າ: ມົດສະກູ “ບໍ່ເວັ້ນເສຍແຕ່ບໍ່ວ່າການເລືອກເຟັ້ນໃດໆ”. ທ່ານ Borisenko ກໍ່ຢືນຢັນວ່າ: ມົດສະກູ ຍັງບໍ່ທັນປະລະເຈດຈຳນົງຮ້ອງຟ້ອງລັດຖະບານ ອາເມລິກາ ກ່ຽວກັບເລື່ອງທີ່ກ່ຽວຂ້ອງເຖິງສະຖານກົງສູນໃຫຍ່ ລັດເຊຍ ປະຈຳ San Francisco.

ຕອບກັບ

ຂ່າວ/ບົດ​ອື່ນ