ລັດເຊຍ ພ້ອມແລ້ວທີ່ຈະ ຈັດຕັ້ງການເຈລະຈາ ບໍ່ເປັນທາງການ ລະຫວ່າງບັນດາຝ່າຍຂອງຊີຣີ

ລັດເຊຍ ພ້ອມແລ້ວທີ່ຈະ ຈັດຕັ້ງການເຈລະຈາ ບໍ່ເປັນທາງການ ລະຫວ່າງບັນດາຝ່າຍຂອງຊີຣີ - ảnh 1
ທູດ​ພິ​ເສດ​ຂອງ​ປະທານາທິບໍດີ​ລັດ​ເຊຍ ທ່ານ Mikhail Bogdanov
(ພາບ: Reuters)


(vovworld) - ມົດສກູ ພ້ອມ​ແລ້ວ​ທີ່​ຈະ​ຈັດ​ຕັ້ງ​ການ​ເຈລະຈາ​ບໍ່​ເປັນ​ທາງ​ການ​ລະຫວ່າງ​ລັດຖະບານ ​ແລະ ຝ່າຍ​ຄ້ານ​ຊີຣີ, ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຝ່າຍ​ຕາ​ເວັນ​ຕົກ. ທູດ​ພິ​ເສດ​ຂອງ​ປະທານາທິບໍດີ​ລັດ​ເຊຍ ຮັບຜິດຊອບ​ກ່ຽວ​ກັບ​ບັນ​ຫາ​ຕາ​ເວັນ​ອອກ​ກາງ, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ທ່ານ Mikhail Bogdanov ​ໄດ້​ອອກ​ຄຳຖະ​ແຫຼ​ງດັ່ງກ່າວ​ໃນ​ວັນ​ທີ 06 ພະຈິກ, ພາຍຫຼັງ​ການ​ພົບ​ປະ​ກັບ​ຜູ້ຕາງໜ້າ​ຝ່າຍ​ຄ້ານ​ຊີຣີ ຢູ່​​ເຊີ​ແນວ, ປະ​ເທດ​ສະ​ວິດ. ຕາມ​ສຳນັກ​ຂ່າວສານ​ລັດ​ເຊຍ ITAR – TASS ​ແລ້​ວ, ທ່ານ Bogdanov ​ໃຫ້​ຮູ້​ວ່າ ລັດ​ເຊຍ ຍົກ​ອອກ​ຂໍ້​ລິ​ເລີ່​ມດັ່ງກ່າວແນ​ໃສ່​ສ້າງ​ສະພາບ​ທີ່ສະ​ດວກ​ກວ່າ ​ເພື່ອ​ຈັດ​ຕັ້ງ​ກອງ​ປະຊຸມ​ສັນຕິພາບ​ຊີຣີ ຄັ້ງ​ທີ 2 ທີ່​ມີ​ຊື່ວ່າ “​ເຊີ​ແນວ 2”. ລັ​ດ​ເຊຍ ສະ​ເໜີ​ຈະ​​ເຊື້ອ​ເຊີນ​ຜູ້ຕາງ​ໜ້າ​ລັດຖະບານ​ຊີຣີ ​ແລະ ຝ່າຍ​ຄ້ານ, ທູດ​ພິ​ເສດ​ລວມຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ​ອາຣັບ ກ່ຽວ​ກັບ​ບັນຫາ​ຊີຣີ, ທ່ານ Lakhdar Brahimi ພ້ອມ​ກັນ​ເຂົ້າ​ຮ່ວມ. ບັນດາ​ຝ່າຍ​ອາດ​ຈະ​ເປັນ​ເອກະ​ພາບ​ນຳ​ກັນ​ກ່ຽວ​ກັບ​ວິທີ​ສຳ​ພັດ​ທີ່​ມີ​ຕໍ່​ບັນຫາ​ມະນຸດ​ສະທຳ, ຈາກ​ນັ້ນ​ຈະ​ພາ​ໄປ​ເຖິງຈິນຕະນາການ “ມີ​ລັກສະນະ​ການ​ເມືອງ”. ​ໃນ​ຂົງ​ເຂດ​ນີ້, ທ່ານ Bogdanov ກໍ່​ໃຫ້​ຮູ້​ວ່າ ລັດ​ເຊຍ ພ້ອມ​ແລ້ວ​ທີ່​ຈະ​ເພີ່ມການ​ຊ່ວຍ​ເຫຼືອ​ມະນຸດສະທຳ​ໃຫ້​ແກ່​ຊີຣີ.

ຂ່າວ/ບົດ​ອື່ນ