ລັດ​ເຊຍ ພ້ອມ​ແລ້ວ​ທີ່​ຈະ​ສົ່ງ​ຄະ​ນະ​ຜູ້​ແທນ​ໄປ​ຍັງ Minsk ເພື່ອ​ເຈ​ລະ​ຈາ​ກັບ ຢູ​ແກຼນ

(VOVWORLD) -ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ຖະແຫຼງວ່າ ທ່ານພ້ອມແລ້ວທີ່ຈະເຈລະຈາ ເພື່ອຢຸດຕິການບຸກໂຈມຕີດ້ານການທະຫານຂອງລັດເຊຍ ດ້ວຍເງື່ອນໄຂຕ້ອງຮັບປະກັນຄວາມສະຫງົບປອດໄພ.
ລັດ​ເຊຍ ພ້ອມ​ແລ້ວ​ທີ່​ຈະ​ສົ່ງ​ຄະ​ນະ​ຜູ້​ແທນ​ໄປ​ຍັງ Minsk ເພື່ອ​ເຈ​ລະ​ຈາ​ກັບ ຢູ​ແກຼນ - ảnh 1

ປະທານາທິບໍດີລັດເຊຍ Vladimir Putin (ພາບ: TTXVN/AFP)

 ວັນທີ 25 ກຸມພາ, ທ່ານ Dmitry Peskov ໂຄສົກວັງ Kremlin  ໃຫ້ຮູ້ວ່າ ລັດເຊຍ ພ້ອມແລ້ວທີ່ຈະສົ່ງຄະນະຜູ້ແທນໄປຍັງນະຄອນຫຼວງ Minsk ຂອງ Belarus ເພື່ອເຈລະຈາກັບ ຢູແກຼນ, ພາຍຫຼັງເວລາ 1 ວັນທີ່ລັດເຊຍ ໄດ້ດຳເນີນບັ້ນຮົບການທະຫານຢູ່ ຢູແກຼນ ຕາເວັນອອກ.

ກ່າວຄຳເຫັນທີ່ບັນດາສຳນັກຂ່າວສານລັດເຊຍ, ທ່ານ Dmitry Peskov ເນັ້ນໜັກວ່າ ລັດເຊຍ ພ້ອມແລ້ວທີ່ຈະສົ່ງຄະນະຜູ້ແທນໄປຍັງ ຢູແກຼນ ຊື່ງລວມມີບັນດາເຈົ້າໜ້າທີ່ກະຊວງປ້ອງກັນປະເທດ ແລະ ກະຊວງການຕ່າງປະເທດ ເພື່ອຈະເຈລະຈາ.

ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ຖະແຫຼງວ່າ ທ່ານພ້ອມແລ້ວທີ່ຈະເຈລະຈາ ເພື່ອຢຸດຕິການບຸກໂຈມຕີດ້ານການທະຫານຂອງລັດເຊຍ ດ້ວຍເງື່ອນໄຂຕ້ອງຮັບປະກັນຄວາມສະຫງົບປອດໄພ. ທ່ານພ້ອມແລ້ວທີ່ຈະເຈລະຈາກ່ຽວກັບຄວາມສາມາດມີກົນໄກເປັນກາງໃຫ້ແກ່ ຢູແກຼນ ແຕ່ກໍ່ໄດ້ເນັ້ນໜັກວ່າ ປະເທດຂອງທ່ານຕ້ອງໄດ້ຮັບປະກັນ.

ຕອບກັບ

ຂ່າວ/ບົດ​ອື່ນ