ລັດ​ເຊຍ​ ພ້ອມ​ແລ້ວ​ທີ່​ຈະ​ສົນ​ທະ​ນາ​ກັບ​ອຳ​ນາດ​ການ​ປົກ​ຄອງ ຊຸດ​ໃໝ່​ຂອງ ອາ​ເມ​ລິ​ກາ

(VOVWORLD) -ອາທິດແລ້ວນີ້, ທຳນຽບຂາວ ໄດ້ປະກາດວ່າ ທ່ານ Joe Biden ປະທານາທິບໍດີ ອາເມລິກາ ໄດ້ສະເໜີຕໍ່ກຳນົດເວລາ ສົນທິສັນຍາ ຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (New START) ຕື່ມອີກ 5 ປີ ນັບແຕ່ຈຸດເວລາສົນທິສັນຍາສະບັບນີ້ໝົດຜົນສັກສິດ ນັບແຕ່ວັນທີ 5 ກຸມພາເປັນຕົ້ນໄປ.
ລັດ​ເຊຍ​ ພ້ອມ​ແລ້ວ​ທີ່​ຈະ​ສົນ​ທະ​ນາ​ກັບ​ອຳ​ນາດ​ການ​ປົກ​ຄອງ ຊຸດ​ໃໝ່​ຂອງ ອາ​ເມ​ລິ​ກາ - ảnh 1ທ່ານ Dmitry Peskov ໂຄສົກວັງ Kremlin (ພາບ: RT/TTXVN)

ວັນທີ 24 ມັງກອນ, ທ່ານ Dmitry Peskov ໂຄສົກວັງ Kremlin ໄດ້ປະກາດວ່າ ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ຈະຕອບສະໜອງ ຖ້າຫາກວ່າ ອຳນາດການປົກຄອງ ຂອງ ທ່ານ Joe Biden ປະທານາທິບໍດີອາເມລິກາ ຈະສະແດງຄວາມພ້ອມໃນການເຂົ້າຮ່ວມການໂອ້ລົມສົນທະນາ. ລັດເຊຍເຊື່ອໝັ້ນຕໍ່ຄວາມສາມາດສ້າງກົນໄກໂອ້ລົມສົນທະນາລະຫວ່າງ ມົດສະກູ ແລະ ວໍຊິງຕັນຢ່າງສຳເລັດຜົນ. ທ່ານ Dmitry Peskov ເນັ້ນໜັກວ່າ ນີ້ຈະແມ່ນການໂອ້ລົມສົນທະນາເຊິ່ງ ບັນດາຄວາມບໍ່ລົງລອຍກັນຈະໄດ້ຮັບການເຕື້ອງເຖິງຢ່າງເລິກເຊິ່ງ ແລະ ກ້ວາງຂວາງກ່ວາ, ພ້ອມທັງສ້າງຄວາມສາມາດຊອກຫາໄດ້ບາງບັນຫາຫຼັກແຫຼ່ງທີ່ເໝາະສົມ ເພື່ອໃຫ້ທັງສອງຝ່າຍເພີ່ມທະວີການພົວພັນ.

        ອາທິດແລ້ວນີ້, ທຳນຽບຂາວ ໄດ້ປະກາດວ່າ ທ່ານ Joe Biden ປະທານາທິບໍດີ ອາເມລິກາ ໄດ້ສະເໜີຕໍ່ກຳນົດເວລາ ສົນທິສັນຍາ ຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (New START) ຕື່ມອີກ 5 ປີ ນັບແຕ່ຈຸດເວລາສົນທິສັນຍາສະບັບນີ້ໝົດຜົນສັກສິດ ນັບແຕ່ວັນທີ 5 ກຸມພາເປັນຕົ້ນໄປ.

ຕອບກັບ

ຂ່າວ/ບົດ​ອື່ນ