ລັດ​ເຊຍ ມານະ​ພະຍາຍາມ​ຊອກ​ຫາ​ມາດ​ຕະການ​​ແກ້​ໄຂໃຫ້​​ແກ່​ບັນຫາ ຊີຣີ

(VOVWORLD) - ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ມີການປຶກສາຫາລືຜ່ານທາງໂທລະສັບ ກ່ຽວກັບສະພາບການຢູ່ຊີຣີ ແລະ ລີບີ ໃນສະພາວະປັດຈຸບັນ. 
ລັດ​ເຊຍ ມານະ​ພະຍາຍາມ​ຊອກ​ຫາ​ມາດ​ຕະການ​​ແກ້​ໄຂໃຫ້​​ແກ່​ບັນຫາ ຊີຣີ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຈະມີການເຈລະຈາກັບທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan (ພາບ: AFP/TTXVN)

        ວັນທີ 03 ມີນາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ມີການປຶກສາຫາລືຜ່ານທາງໂທລະສັບ ກ່ຽວກັບສະພາບການຢູ່ຊີຣີ ແລະ ລີບີ ໃນສະພາວະປັດຈຸບັນ. ການນໍາສອງທ່ານໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ຮັກສາບັນດາການພົບປະ, ພ້ອມທັງເນັ້ນໜັກວ່າ ບັນດາຝ່າຍທີ່ເກີດການປະທະກັນ ຕ້ອງປະຕິບັດລະບອບຢຸດຕິສົງຄາມ.

        ຫຼັງຈາກນັ້ນ, ວັນທີ 05 ມີນາ ນີ້, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຈະມີການເຈລະຈາກັບທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan ຢູ່ ມົດສະກູ ເພື່ອປຶກສາຫາລືກ່ຽວກັບມາດຕະການແກ້ໄຂສະພາບການຢູ່ຊີຣີ ແລະ ຄິດໄລ່ເຖິງຄວາມເຄັ່ງຕຶງຢູ່ Idlib ໃນປັດຈຸບັນ. ຕາມທ່ານ Dmitry Peskov ໂຄສົກວັງ Kremlin ແລ້ວ, ທັດສະນະຂອງ ລັດເຊຍໃນການເຈລະຈາຄັ້ງນີ້ “ແມ່ນສະເໝີຕົ້ນສະເໝີປາຍ, ບໍ່ມີການປ່ຽນແປງ”, ນັ້ນແມ່ນຮັກສາຄໍາໝັ້ນສັນຍາຂອງບັນດາຂໍ້ຕົກລົງ Sochi, ສະໜັບສະໜູນການປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງ ຊີຣີ, ສະໜັບສະໜູນ ຊີຣີ ສືບຕໍ່ຕ້ານຄືນສ່ວນບຸກຄົນ ຫຼື ອົງການກໍ່ການຮ້າຍ; ຖືການຮ່ວມມືຂອງບັນດາຄູ່ຮ່ວມມືຕວັກກີເປັນສໍາຄັນ.

        ແລະ ກໍໃນວັນທີ 03 ມີນາ, ວັງ Kremlin ກໍຖະແຫຼງປະຕິເສດບັນດາຄໍາກ່າວຫາ ເຊິ່ງ ສປຊ ໄດ້ຖືວ່າ ລັດເຊຍ ອາດຈະມີໂທດກໍາສົງຄາມຢູ່ ຊີຣີ ເມື່ອປີແລ້ວນີ້, ພ້ອມທັງຖືວ່າ ບັນດານັກສືບສວນ ສປຊ ບໍ່ມີ “ຂໍ້ມູນທີ່ເປັນໜ້າໄວ້ວາງໃຈ ສໍາລັບທຸກສິ່ງທີ່ເກີດຂຶ້ນໃນພາກຕົວຈິງ”.


ຕອບກັບ

ຂ່າວ/ບົດ​ອື່ນ