ລັດ​ເຊຍ ຢັ້ງ​ຢືນ​ບັນ​ດາ​ບັນ​ຫາ​ທີ່ພວມ​ເຈ​ລະ​ຈາ​ກັບ ຢູ​ແກຼນ

(VOVWORLD) - ທ່ານ Peskov ຢັ້ງຢືນວ່າ: “ແນ່ນອນວ່າ, ພ້ອມກັບບັນດາບັນຫາອື່ນ, ພິເສດແມ່ນບັນຫາຜືນແຜ່ນດິນ, ເນື້ອໃນຮັບປະກັນຄວາມໝັ້ນຄົງກໍນອນໃນໂຄງການດຳເນີນງານຂອງບັນດາການເຈລະຈາ”.
ລັດ​ເຊຍ ຢັ້ງ​ຢືນ​ບັນ​ດາ​ບັນ​ຫາ​ທີ່ພວມ​ເຈ​ລະ​ຈາ​ກັບ ຢູ​ແກຼນ - ảnh 1 ທ່ານ Dmitri Peskov ໂຄສົກວັງ Kremlin  (ພາບ: REUTERS/Ramil Sitdikov)

ວັນທີ 2 ກຸມພາ, ທ່ານ Dmitri Peskov ໂຄສົກວັງ Kremlin ໄດ້ຢັ້ງຢືນບາງບັນຫາຫຼັກທີ່ພວມປຶກສາຫາລືລະຫວ່າງ ລັດເຊຍ ແລະ ຢູແກຼນ, ແຕ່ບໍ່ເປີດເຜີຍເນື້ອໃນລະອຽດຂອງການເຈລະຈາເຫຼົ່ານັ້ນ. ຈິຈານກ່ຽວກັບຄຳເຫັນຂອງຫ້ອງວ່າການປະທານາທິບໍດີ ຢູແກຼນ Volodymyr Zelensky ທີ່ກ່ຽວຂ້ອງເຖິງຄວາມສາມາດ ລັດເຊຍ ສະໜອງບັນດາມາດຕະການຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກຼນ, ທ່ານ Peskov ຢັ້ງຢືນວ່າ: “ແນ່ນອນວ່າ, ພ້ອມກັບບັນດາບັນຫາອື່ນ, ພິເສດແມ່ນບັນຫາຜືນແຜ່ນດິນ, ເນື້ອໃນຮັບປະກັນຄວາມໝັ້ນຄົງກໍນອນໃນໂຄງການດຳເນີນງານຂອງບັນດາການເຈລະຈາ”.

ທ່ານ Peskov ກໍໃຫ້ຮູ້ວ່າ ລັດເຊຍ ຍັງຊັ່ງຊາຄວາມສາມາດສືບຕໍ່ເຈລະຈາກັບ ອາເມລິກາ ກ່ຽວກັບບັນຫາ ຢູແກຼນ. ປັດຈຸບັນ, ບັນດາການແລກປ່ຽນກັບ ອາເມລິກາ ໃນຂອບເຂດກຸ່ມປະຕິບັດງານກ່ຽວກັບບັນດາບັນຫາເສດຖະກິດຍັງຄົງດຳເນີນເປັນປົກກະຕິ. ມົດສະກູ ຕີລາຄາສູງບັນດາຄວາມມານະພະຍາຍາມໄກ່ເກ່ຍຂອງ ວໍຊິງຕັນ, ແຕ່ເນັ້ນໜັກວ່າ ກ່ອນອື່ນໝົດ ລັດເຊຍ ຕ້ອງອີງໃສ່ຕົນເອງ ແລະ ປົກປ້ອງຜົນປະໂຫຍດແຫ່ງຊາດ.


ຕອບກັບ

ຂ່າວ/ບົດ​ອື່ນ