ລັດເຊຍ ຢືນຢັນວ່າ ບໍ່ມີການເລືອກເຟັ້ນປ່ຽນແທນໃຫ້ຂໍ້ຕົກລົງນິວເຄຼຍກັບ ອີຣານ

(VOVWORLD) - ກ່າວຄຳເຫັນຕໍ່ວົງການນັກຂ່າວ, ວັນທີ 25 ເມສາ, ໂຄສົກຂອງວັງ Kremlin ທ່ານ Dmitry Peskov ຖະແຫຼງວ່າ ບໍ່ມີ “ການເລືອກເຟັ້ນປ່ຽນແທນ” ໃດໆ ໃຫ້ຂໍ້ຕົກລົງນິວເຄຼຍ ອີຣານ ໃນປັດຈຸບັນ

ພາຍຫລັງທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ຄູ່ຕຳແໜ່ງ ຝະຣັ່ງ Emmanuel Macron ຮຽກຮ້ອງໃຫ້ມີຂໍ້ຕົກລົງສະບັບໃໝ່ກັບ ເຕເຮຣານ. ຕາມທ່ານ Peskov ແລ້ວ, ມົດສະກູ ສະໜັບສະໜູນການຮັກສາເດີມຂໍ້ຕົກລົງນິວເຄຼຍທີ່ມີຊື່ວ່າ ແຜນການດຳເນີນງານລວມຮອບດ້ານ (JCPOA) ລະຫວ່າງ ອີຣານ ແລະ ກຸ່ມ P5+1 (ລວມມີ ອັງກິດ, ຝະຣັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະ ເຢຍລະມັນ) ໄວ້ຄືເກົ່າ, ພ້ອມທັງສະແດງໃຫ້ເຫັນຄວາມລະແວງສົງໄສກ່ຽວກັບລັກສະນະເປັນໄປໄດ້ຂອງຂໍ້ຕົກລົງສະບັບໃໝ່ໃນສະພາບປັດຈຸບັນ.

        ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ກຳນົດເອົາວັນທີ 12 ພຶດສະພາຈະມາເຖິງ ແມ່ນເວລາສຸດທ້າຍເພື່ອໃຫ້ບັນດາປະເທດ ເອີຣົບ ເພີ່ມເຕີມບັນດາມາດຕາໃໝ່ໃຫ້ JCPOA , ທ່ານປະທານາທິບໍດີ ຝະຣັ່ງ Emmanuel Macron ໃຫ້ຮູ້ວ່າ: ການນຳ ອາເມລິກາ - ຝະຣັ່ງ ໄດ້ປຶກສາຫາລືກ່ຽວກັບ “ຂໍ້ຕົກລົງສະບັບໃໝ່” ປັບປຸງ  JCPOA ກ່ວາອີກ ແລະ ເໝາະສົມກັບຄວາມປາດຖະໜາຂອງທ່ານ Donald Trump.

        ເຖິງຢ່າງໃດກໍ່ຕາມ, ທ່ານປະທານາທິບໍດີ ອີຣານ Hassan Rouhani ໄດ້ສະແດງໃຫ້ເຫັນຄວາມລະແວງສົງໄສ ດ້ວຍລັກສະນະຖືກຕ້ອງຕາມການສະເໜີດັ່ງກ່າວ. ຕາມທ່ານແລ້ວ, ອາເມລິກາ ແລະ ຝະຣັ່ງ ບໍ່ມີສິດ ແລະ ເຫດຜົນໃດໆ ເພື່ອຍົກອອກຄຳຕັດສິນໃຫ້ແກ່ຂໍ້ຕົກລົງລະຫວ່າງ ອີຣານ ແລະ ກຸ່ມ P5+1.

ຕອບກັບ

ຂ່າວ/ບົດ​ອື່ນ