ລັດເຊຍ ຢືນຢັນສືບຕໍ່ຮຽກຮ້ອງການສືບສວນສາກົນກ່ຽວກັບເຫດລະເບີດທໍ່ສົ່ງອາຍແກັດ Nord Stream

(VOVWORLD) -ລັດເຊຍ ເນັ້ນໜັກວ່າ ຈະສືບຕໍ່ມານະພະຍາຍາມເພື່ອເລີ່ມປະຕິບັດການເຄື່ອນໄຫວສືບສວນສາກົນກ່ຽວກັບເຫດການດັ່ງກ່າວ.
ລັດເຊຍ ຢືນຢັນສືບຕໍ່ຮຽກຮ້ອງການສືບສວນສາກົນກ່ຽວກັບເຫດລະເບີດທໍ່ສົ່ງອາຍແກັດ Nord Stream - ảnh 1ທ່ານ Dmitry Peskov ໂຄສົກກະຊວງວັງ Kremlin
(ພາບ: AFP/TTXVN)

        ໃນຖະແຫຼງການເມື່ອວັນທີ 28 ມີນາ, ວັງ Kremlin ຖະແຫຼງວ່າ, ລັດເຊຍ ຈະສືບຕໍ່ຊຸກຍູ້ການສືບສວນສາກົນກ່ຽວກັບເຫດລະເບີດຕໍ່ສົ່ງອາຍແກັດ Nord Stream 1 ແລະ Nord Stream 2 ຢູ່ທະເລ Baltic ໃນປີ 2022. ໂຄສົກກະຊວງວັງ Kremlin, ທ່ານ Dmitry Peskov, ໃຫ້ຮູ້ວ່າ ລັດເຊຍ ເສຍດາຍທີ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ບໍ່ຮັບຮອງເອົາມະຕິໂດຍ ລັດເຊຍ ແລະ ຈີນ ສະເໜີເລື່ອງດຳເນີນການສືບສວນສາກົນຕໍ່ບັນດາເຫດລະເບີດທໍ່ສົ່ງອາຍແກັດ Nord Stream, ແຕ່ ລັດເຊຍ ເນັ້ນໜັກວ່າ ຈະສືບຕໍ່ມານະພະຍາຍາມເພື່ອເລີ່ມປະຕິບັດການເຄື່ອນໄຫວສືບສວນສາກົນກ່ຽວກັບເຫດການດັ່ງກ່າວ.

        ໃນວັນດຽວກັນ, ກະຊວງການຕ່າງປະເທດ ຈີນ ຕີລາຄາວ່າ ບັນດາຄວາມມານະພະຍາຍາມຂອງ ມົດສະກູ ແນໃສ່ຂົນຂວາຍສະພາຄວາມໝັ້ນຄົງສະຫະປະຊາຊາດ ຮຽກຮ້ອງເປີດການສືບສວນເອກະລາດກ່ຽວກັບບັນດາເຫດລະເບີດດັ່ງກ່າວແມ່ນການຄັດເລືອກສຳຄັນໃນວິວັດການຊອກຫາຄວາມຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ